ຄວນມີບັນດານະໂຍບາຍຮັບປະກັນຄວາມສະເໝີພາບລະຫວ່າງບັນດາຮູບການວິສາຫະກິດ

ຄວນມີບັນດານະໂຍບາຍຮັບປະກັນຄວາມສະເໝີພາບລະຫວ່າງບັນດາຮູບການວິສາຫະກິດ - ảnh 1
(ພາບ​ປະ​ກອບ)

(vovworld) - ຮ່າງ​ເອກະ​ນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ຮັບ​ຮູ້​ວ່າ “​ເສດຖະກິດ​ເອກະ​ຊົນ​ແມ່ນ​ກຳລັງ​ໜູນ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ“ ​ແລະ “ສ້າງ​ທຸກ​ເງື່ອນ​ໄຂອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ ​ເພື່ອ​ສ້າງ​ກຳລັງ​ໜູນ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ“. ຢູ່​ນອກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ທິດ​ທາງ​ນີ້ ​ແລະ ຖື​ວ່າ​ລັດຄວນ​ມີ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ຮູບ​ການ​ວິ​ສາ​ຫະກິດ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ. ຕາມ​ຜູ້​ແທນ ຫງວຽນ​ເຕິ໋ນຕວນ, ​ແຂວງ ​ແຄ໋ງຮ່ວາ ​ແລ້ວ, ​ເມື່ອ​ທຽບ​ໃສ່​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ກ່ອນ, ​ໃນເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງນີ້, ​ເສດຖະກິດ​ເອກະ​ຊົນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກຳລັງ​ໜູນ​ສຳຄັນ​ຂອງ​ປະ​ເທດ​ຊາດ ຄຽງ​ຂ້າງ​ບົດບາດ​ຫຼັກ​ແຫຼ໋ງຂອງ​ເສດຖະກິດ​ແຫ່ງ​ລັດ. ສິ່ງ​ດັ່ງກ່າວ​ສາມາດ​ຮຽກຮ້ອງ​ການ​ປະກອບສ່ວນ​ຂອງ​ວິ​ສາ​ຫະກິດ, ນັກທຸລະກິດ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ຂອງຫວຽດນາມ. ລັດ​ຄວນ​ສ້າງ​ເງື່ອນ​ໄຂ, ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ຮູບ​ການ​ວິ​ສາ​ຫະກິດ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ. ສ່ວນ ຜູ້​ແທນ ຫງວຽນ​ມິ​ງຮຸ່ງ, ​ແຂວງ ຫາຍ​ເຢືອງ, ຢືນຢັນ​ວ່າ, ​ເສດຖະກິດ ​ເອກະ​ຊົນ​ແມ່ນ​ແຫຼ່ງຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ແນ​ໃສ່​ຊຸກຍູ້, ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ​ຫວຽດນາມ. ​ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົນ​ພັດທະນາ​​ສົມກັບ​ຄວາມ​ສາມາດ. ​ເງື່ອນ​ໄຂ​ທຳ​ອິດ​ເຊິ່ງລັດ​ຕ້ອງ​ເຮັດ​ນັ້ນ​ແມ່ນ​ ສືບ​ຕໍ່​ປັບປຸງ​ກົນ​ໄກ, ນະ​ໂຍບາຍ, ​ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົນ​ພັດທະນາ​ຄື​ດັ່ງ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນໆ.

ຂ່າວ/ບົດ​ອື່ນ