ຄວາມຫວັງໃໝ່ໃຫ້ແກ່ສັນຕິພາບຢູ່ເຂດ Kavkaz

(VOVWORLD) -ເລື່ອງບັນດາຝ່າຍປະທະກັນຢູ່ເຂດ Nagorno – Karabakh ພາຍໃຕ້ບົດບາດເປັນຄົນກາງໄກ່ເກ່ຍຂອງລັດເຊຍ ສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງໃໝ່, ໂດຍເລີ່ມປະຕິບັດແຕ່ເວລາ 0 ໂມງຂອງວັນທີ 10 ພະຈິກ.
ຄວາມຫວັງໃໝ່ໃຫ້ແກ່ສັນຕິພາບຢູ່ເຂດ Kavkaz - ảnh 1 (ພາບປະກອບ: AFP/TTXVN)

ຂໍ້ຕົກລົງດັ່ງກ່າວຄວາມຈິງແມ່ນຖະແຫຼງການຮ່ວມ 3 ຝ່າຍຂັ້ນປະມຸກລັດ, ໂດຍທ່ານປະທານາທິບໍດີອາກເມນີ, ອາແຊັກໄບຊານ ແລະ ລັດເຊຍ ລົງນາມຢ່າງເປັນທາງການ.

        ປະຕິກິລິຍາກ່ຽວກັບຂໍ້ຕົກລົງໃໝ່ທີ່ຫາກໍ່ບັນລຸໄດ້ນັ້ນ, ວັນທີ 10 ພະຈິກ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຮຽກຮ້ອງໃຫ້ “ມີມາດຕະການແກ້ໄຂດ້ານການເມືອງຢ່າງຍາວນານ” ໃຫ້ແກ່ການປະທະກັນຢູ່ເຂດ Nagorno – Karabakh. ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາແຊັກໄບຊານ Ilham Aliyev ແລະ ຄູ່ຕຳແໜ່ງຕວັກກີ Tayyip Erdogan ໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງສູນຮັກສາສັນຕິພາບລັດເຊຍ - ຕວັກກີ ເພື່ອຕິດຕາມກວດກາຄຳສັ່ງຢຸດຍິງ, ໂດຍຕັ້ງຢູ່ນອກເຂດ Nagorno – Karabakh.

        ຄວາມເຄັ່ງຕຶງໄດ້ເກີດຂຶ້ນຢູ່ເຂດນີ້ຂຄືນໃໝ່ນັບແຕ່ວັນທີ 27 ກັນຍາ ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຄາດວ່າຂຶ້ນເຖິງນັບພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ