ຄະນະກຳມະການ ແຫ່ງຊາດກ່ຽວກັບ ຊາວໜຸ່ມ ຫວຽດນາມ ຜັນຂະຫຍາຍໜ້າທີ່ປີ 2014

ຄະນະກຳມະການ ແຫ່ງຊາດກ່ຽວກັບ ຊາວໜຸ່ມ ຫວຽດນາມ ຜັນຂະຫຍາຍໜ້າທີ່ປີ 2014 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 23 ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ
(ພາບ: chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/2, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນກອງ​ປະຊຸມ​ຄັ້ງ​ທີ 23 ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ. ກອງ​ປະຊຸມ​ໄດ້​ຕົກລົງ​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ປີ 2014; ​ແຜນການ​ກວດກາ​, ຕິດຕາມ​ກວດກາການ​ປະຕິບັດ​ກົດໝາຍ, ນະ​ໂຍບາຍ​ສຳລັບ​ຊາວ​ໜຸ່ມ​ປີ 2014. ​ໃນ​ນັ້ນ​ສຸມ​ໃສ່​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ສົມທົບ​ກັນ​ກວດກາ, ຊຸກຍູ້​ຜັນ​ຂະຫຍາຍການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011 – 2020. ທ່ານ ​ເຢືອງວັນ​ອານ, ຮອງ​ຫົວໜ້າ​ປະຈຳຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ​ການປະຕິ​ບັດ​ຍຸດ​ທະ​ສາດ​ພັດທະນາ​ຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011 – 2020 ​ແລະ ບັນດາ​ເອກະສານ, ນະ​ໂຍບາຍ, ກົດ​ໝາຍ​ກ່ຽວ​ກັບ​ຊາວ​ໜຸ່ມ ​ແລະ ວຽກ​ງານ​ຊາວ​ໜຸ່ມ. ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ, ສ້າງ, ປັບປຸງ​ນະ​ໂຍບາຍ​ຕ່າງໆ​ສຳລັບ​ຊາວ​ໜຸ່ມ​ອາສາ​ສະໝັກ, ຊາວ​ໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ສ້າງ​ບັນດາ​ລາຍການ​ໜູນ​ຊ່ວຍ​ນັກ​ສຶກສາ, ຊາວ​ໜຸ່ມ​ມີ​ວຽກ​ເຮັດ​ງານ​ທຳພາຍຫຼັງ​ຮຽນ​ຈົບ, ສົ່ງ​ເສີມ​ຊາວ​ໜຸ່ມ​​ໄປກໍ່ສ້າງ​ເສດຖະກິດ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ…

 

ຂ່າວ/ບົດ​ອື່ນ