ຄະນະຕິດຕາມກວດກາສະພາແຫ່ງຊາດເຮັດວຽກຢູ່ ກວາງນາມ

ຄະນະຕິດຕາມກວດກາສະພາແຫ່ງຊາດເຮັດວຽກຢູ່ ກວາງນາມ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 5/3, ຄະນະ​ຕິດ​ຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ຟູກ, ຮອງ​ຫົວໜ້າ​ກຳມາ​ທິການ​ເສດຖະກິດ ​ມີ​ການ​ເຮັດວຽກ​ກັບ​ການ​ນຳ​ແຂວງ ກວາງ​ນາມ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ​ໃຫ້​ແກ່​ຂົງ​ເຂດກະສິກຳ ຊາວ​ກະສິກອນ, ຊົນນະບົດ ​ໄລຍະ 2006 – 2011. 5 ປີຜ່ານມາ, ທຶນ​​ແຫ່ງ​ລັດ, ທຶນ ODA ​ແລະ ​ແຫຼ່ງທຶນ​ຈາກ​ສັງຄົມ​ທີ່​ລົງທຶນ​ໃຫ້​ແກ່​ຂົງ​ເຂດກະ​ສິກ​​ຳ, ຊາວ​ກະສິກອນ, ຊົນນະບົດ​ໃນ​ບໍລິ​ເວ​ນ ​ແຂວງ​ກວາງ​ນາມ ​ແມ່ນ​ເກືອ​ບ 52.000 ຕື້​ດົ່ງ, ສ້າງ​ປະ​ຖົມ​ປັດ​ໃຈ​ເພື່ອ​ຍູ້​ແຮງ​ການ​ຫັນ​ກະສິກຳ, ຊົນນະບົດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ຄະນະ​ຕິດຕາມ​ກວດກາ​ຂອງຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ແຂ​ວງ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳລຸງ​ສ້າງ​ຄົນງານ​​ຢູ່ເຂດຊົນນະບົ​​ດ, ລົງທຶນ​ໃຫ້​ແກ່​ສາທາລະນະ​ສຸກ, ພື້ນຖານ​ໂຄງ​ລ່າງ​ຊົນນະບົດ.

ຂ່າວ/ບົດ​ອື່ນ