ຄະນະນັກຂ່າວ ໄທ ຢ້ຽມຢາມ ແລະ ເຮັດວຽກ ກັບສະມາຄົມນັກຂ່າວແຂວງ ຢາລາຍ

ຄະນະນັກຂ່າວ ໄທ ຢ້ຽມຢາມ ແລະ ເຮັດວຽກ ກັບສະມາຄົມນັກຂ່າວແຂວງ ຢາລາຍ - ảnh 1

ຄະນະ​ນັກ​ຂ່າວ ​ໄທ ຢ້ຽມຢາມ ​ແລະ ​ເຮັດວຽກ ກັບ​ສະມາຄົມ​ນັກ​ຂ່າວ​ແຂ​ວງ ຢາ​ລາຍ

(ພາບ: Nguyễn Giác)

(vovworld) - ​ໃນ​ຂອບ​ເຂດ​ລາຍການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ນັກ​ຂ່າວ 5 ​ແຂວງ​ທາງ​ທິດ​ໃຕ້​ພາກ​ກາງ ​ແລະ ບັນດາ​ແຂວງ ​ໄຕ​ງວຽນ (ຄື: ບິນ​ດິ້ງ, ຟູ໋ອຽນ, ​ແຂ໋ງຮ່ວາ, ​ເລີມ​ດົ່ງ ​ແລະ ຢາ​ລາຍ) ​ໃນ​ລະຫວ່າງ​ວັນ​ທີ 18 – 19/8, ສະຫະພັນ​ສື່​ມວນ​ຊົນ ​​ໄທ ​ໂດຍ​ທ່ານ ​ນົບ​ໄພ​ບູນ ​ໄຈ​ອາລີ, ປະທານ​ສະຫະ​ສະມາຄົມ​​ນັກ​ຂ່າວ​ທ້ອງ​ຖີ່​ນ​ໄທ, ບັນນາທິການ​ໃຫຍ່​ໜັງສືພິມ ​ໄສ​ລີ​ຊົນ ​ເປັນ​ຫົວໜ້າ​ຄະ​ນະພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ນັກ​ຂ່າວ​ແຂວງ ຢາ​ລາຍ ​ແລະ ໜັງສືພິມ ຢາ​ລາຍ. ສະຫະພັນ​ສື່​ມວນ​ຊົນ ​ໄທ ສະ​ແດງ​ຄວາມ​ສົນໃຈ​ຕໍ່​ຮູບ​ແບບ​ສຳ​ນັກ​ງານ​ຂອງ​ໜັງ​ສື​ພິມ ຢາ​ລາຍ, ​ເຊິ່ງ​ແມ່ນ​ໜັງສືພິມ​ຂອງ​ທ້ອງ​ຖີ່​ນ ດ້ວຍ​ບັນ​ດາ​ຜະລິດ​ຕະພັນ​ກາ​ນພິມ​ມີ​ສີທີ່​ງາມ​ຕາ, ບັນດາ​ຮູບ​ການ​ສື່​ມວນ​ຊົນ​ທີ່​ອຸດົມສົມ​ບູນ ​ແລະ ຫຼາຍຮອບ​ຫຼາຍ​ແບບ. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ຢູ່​ແຂວງ ຢາ​ລາຍ ​ແລະ ບັນດາ​ນັກ​ຂ່າວ ​ໄທ ​​ໄດ້ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານນຳ​ກັນ.

 

ຂ່າວ/ບົດ​ອື່ນ