ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຈັດກອງປະຊຸມຄັ້ງທີ 14

ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຈັດກອງປະຊຸມຄັ້ງທີ 14 - ảnh 1
(ພາບປະກອບ)
(vovworld) -     ຕາມ​ລາຍການ, ທີ່​ກອງ​ປະຊຸມເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 14 – 16/01​, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ​ຊຸດ​ທີ 13 ​ຈະ​ໃຫ້​ຄຳ​ຄິດຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບປັບປຸງ) ​ແລະ ບັນດາ​ແຜນ​ຮ່າງ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ກໍ​ການ​ຮ້າຍ; ຮ່າງກົດໝາຍ​ວ່າ​ດ້ວຍປ້ອງ​ກັນ, ຫຼີກ​ລ້ຽງ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ; ຮ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ (ສະບັບ​ປັບປຸງ). ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ຮັບຮອງ​ເອົາ​ມະຕິ​ແນະນຳ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​​ການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ຈະ​ໃຫ້​ຄຳ​ເຫັນ​ການ​ປະກາດ​​ໃຊ້ດຳລັດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດ້ານຈິດຕະກຳ ​ແລະ ດຳລັດ​ກຳນົດ​ຮັບຮອງວັນ​ເປັນ​ມູນ​ເຊື້ອ, ວັນ​ສະ​ເຫຼີ​ມສະຫຼອງ ​ແລະ ວັນ​ຕອບສະໜອງຂອງ​ຫວຽດນາມ, ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ອົງການ​ກວດ​ສອບ​​ແຫ່ງ​ລັດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອົງການ​ກວດກາ​ກວດ​ສອບແຫ່ງ​ລັດ ສັງກັດ​ອົງການ​ກວດ​ສອບ​ແຫ່ງ​ລັດ...
ຂ່າວ/ບົດ​ອື່ນ