ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນກ່ຽວກັບວຽກງານກະກຽມກອງປະຊຸມສະໄໝສະມັນເທື່ອທີ10

ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນກ່ຽວກັບວຽກງານກະກຽມກອງປະຊຸມສະໄໝສະມັນເທື່ອທີ10 - ảnh 1
ວາລະ​ປະຊຸມ​ເທື່ອ​ທີ 41 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: TTXVN)


(vovworld) – ​ ​ ​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ເທື່ອ​ທີ 41, ຕອນ​ເຊົ້າ​ວັນ​ທີ 15/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​​ແກ່ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ທ້າຍ​ເດືອນ 10 ຈະ​ມາ​ເຖິງ. ປຶກສາ​ຫາລື​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້​ກໍ່​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ທ້າຍ​ປີ, ດັ່ງ​ນັ້ນ​ສະພາ​ແຫ່ງ​ຊາດ​ຈະ​ສະຫງວນ​ເວລາ​ເພື່ອ​ພິຈາລະນາ, ຕົກລົງ​​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ, ວາງ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2015 ​ແລະ ​ວິທີແບ່ງ​ງົບປະມານ​ສູນ​ກາງ​ປີ 2016.

        ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາ ຮ່າງ​ກົດໝາຍ 16 ສະບັບ, ຮ່າງ​ມະຕິ 3 ສະບັບ… ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຕົກລົງ​ບັນດາ​ບັນຫາ​ເສດຖະກິດ, ສັງຄົມ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ (2016-2020); ພິຈາລະນາ​ກ່ຽວ​ກັບ​ບົດ​ລາຍ​ງານ​ປ້ອງ​ກັນ, ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດ​ຊະ​ຍາ​ກຳ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2015; ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ; ການ​ສະຫຼຸບ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ນັບ​ແຕ່​ຕົ້ນອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເຖິງປີ 2015.

ຂ່າວ/ບົດ​ອື່ນ