ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ50

ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ50 - ảnh 1
ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ​ໄຂວາ​ລະ​ປະ​ຊຸ​ມ​ຄັ້ງ​ທີ50
(ພາບ: TTXVN)

(vovworld) - ​​ ​​​ຕອນ​ເຊົ້າ​ວັນ​ທີ 11/07, ຢູ່​ຫໍປະ​ຊຸມສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 50. ວາ​ລະ​ປະ​ຊຸມ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 11 – 12/07, ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ເນື້ອ​ໃນ​ຄື: ສະ​ພາບ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ງົບ​ປະ​ມານ​​ຂອງ​ລັດໃນ 6 ເດືອນ​ຕົ້ນ​ປ​ີ ແລະ ບັນ​ດາ​ມາດ​ຕະ​ການ​ປະ​ຕ​ິ​ບັດ​ໜ້າ​ທີ່​ໃນ 6 ເດື​ອນ​ທ້າຍ​ປີ 2016; ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ລາ​ຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກ​ວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປີ 2017; ​ໂຄງ​ການ​ສ້າງ​ກົ​ດ​ໝາຍ, ລັດ​ຖະ​ດຳ​ລັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ປ​ີ 2017 ແລະ ຄາດ​ຄະ​ເນ​ດັດ​ປັບ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​​ບັນ​ຍັດ​ປີ 2016.

        ໃນ​ຕອນ​ເຊົ້າ​ວັນ​ທີ 11/07, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ​້​ຄຳ​ເຫັນ​​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖ​ະ​ບານ​ກ່ຽວ​ກັບ​​ສະ​ພາບ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ງົບ​ປະ​ມານ​ຂອງ​ລັດໃນ 6 ເດືອນ​ຕົ້ນ​ປີ ແລະ ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ໜ​້າ​ທີ່ໃນ 6 ເດືອນ​ທ້າຍ​ປີ 2016. ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ສະ​ເໜີ​ບົດ​ລາ​ຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບສະ​ພາບ​ຜັນ​ຂະ​ຫຍາຍ​​ການ​ປະ​ຕິ​ບັດໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມໃນ 6 ເດືອນ​ຕົ້ນ​ປີ ແລະ ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ໜ​້າ​ທີ່ໃນ 6 ເດືອນ​ທ້າຍ​ປີ 2016; ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດໜ້າ​ທີ່​ງົບ​ປະ​ມານ​ຂອງ​ລັດໃນ 6 ເດືອນ​ຕົ້ນ​ປີ ແລະ ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ໜ​້າ​ທີ່ໃນ 6 ເດືອນ​ທ້າຍ​ປີ 2016; ຫົວ​ໜ້າ​ບັນ​ດາ​ຄະ​ນະ​ກຳ​​ມາ​ທິ​ການ​ເສດ​ຖະ​ກິດ, ​ກຳ​ມາ​ທິ​ການ​ການ​ເງິນ, ງົບ​ປະ​ມານ​ຂອງ​ສະ​ພາ​ແຫ່ງ​ຊາດ ​ໄດ້ສະ​ເໜີ​ບົດ​ລາຍ​ງານກວດ​ກາ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ.

ຂ່າວ/ບົດ​ອື່ນ