ຄະນະປະຕິບັດງານພິເສດຂອງຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ຄະນະປະຕິບັດງານພິເສດຂອງຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1
ຄະນະປະຕິບັດງານ 2 ປະເທດເຮັດວຽກ
(ພາບ: Hoang Chuong)

(vovworld) - ໃນ​ລະຫວ່າງ​ວັນ​ທີ 7 -11/6, ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ​ໂດຍ​ທ່ານ ພົນ​ໂທ Nguyen Thanh Cung, ກຳມະການ​ສູນ​ກາ​ງພັກ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມື​ອງກອງທັບ​ປະຊາຊົນ​ຫວຽດນາມ ພວມ​ທຳ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກ ຢູ່ ລາວ. ວັນ​ທີ 7/6, ຄະນະ​ປະຕິບັດ​ງານ​ໄດ້​​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ລາວ. ນະ​ທີ່​ນີ້,  ຄະນະ​ປະຕິບັດ​ງານ​ໄດ້​ຮັບ​ຟັງ​ ທ່ານ​ເອກ​ອັກຄະ​ລັດຖະທູດ Ta Minh Chau ​ລາຍ​ງານ​ໂຄຍ​ສັງ​​ເຂດ ກ່ຽວ​ກັບ​ສະພາບການ​ພົວພັນ ຫວຽດນາມ - ລາວ, ບັນດາ​ການ​ເຄື່ອນ​ໄຫ​ວຂອງ 2 ປະ​ເທດ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ 2012. ​ເນື່ອງ​ໃນ​ໂອກາດ​ນີ້, ​ທ່ານ ພົນ​ໂທ Nguyen Thanh Cung ​ໄດ້​ລະດົມກຳລັງ​ໃຈພະນັກງານ ພາລະ​ກອນ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ສືບ​ຕໍ່​ປະ​ຕິ​ບັດ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທູ​ດ ດີ​ກ່ວາ​ອີກ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ