ຄະນະຜູ້ແທນກະຊວງການເງິນຫວຽດນາມຢ້ຽມຢາມອົດສະຕາລີ, ນິວຊີແລນ

ຄະນະຜູ້ແທນກະຊວງການເງິນຫວຽດນາມຢ້ຽມຢາມອົດສະຕາລີ, ນິວຊີແລນ - ảnh 1
​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ຮື້​ວຈີ໋
(ພາບປະກອບ)

(vovworld) - ນັບ​ແຕ່​ວັນ​ທີ 31/7-8/8, ຄະນະ​ປະຕິບັດ​ງານ​ຂອງ ກະຊວງ​ການ​ເງິນ​ຫວຽດນາມ, ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ຮື້​ວຈີ໋ ນຳ​ໜ້າ ​ໄດ້​ມີ​ການຢ້ຽມຢາມ​ອົດ​ສະ​ຕາ​ລີ, ນິວຊີ​ແລນ. ​ເພື່ອ​ແນ​ໃສ່​ທາ​ບທາມ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ​ຢູ່​ສອງ​ປະ​ເທດ​ນີ້. ​ໃນ​ການ​ຢ້ຽມຢາມ, ຄະນະ​ໄດ້​ເຮັດ​ວຽກ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ອົດສະ​ຕາ​ລີ, ນິວຊີ​ແລນ. ບັນດາ​ອົງການ​ເຫຼົ່າ​ນັ້ນ ​ໄດ້​ເຮັດ​ວຽກ​ຢ່າງ​ກົງ​ໄປ​ກົງ​ມາ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ໂຄງ​ລ່າງ​ຄົມມະນາຄົມ, ​ໂຄງ​ລ່າງ​ສັງຄົມ; ວິທີ​ການ​ເຂົ້າ​ຮ່ວມຂົງ​ເຂດ​ພັດທະນາ​ໂຄງ​ລ່າງ, ສາທາລະນະ​ສຸກ, ການ​ສຶກສາ...​ຂອງ​ພາກສ່ວນ​ເອກະ​ຊົນ​ຢ່າງ​ລະອຽດ.

​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ພາຍຫຼັງ​ການ​ເຮັດ​ວຽກ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ຮື້​ວຈີ໋​ ໃຫ້​ຮູ້, ບັນດາ​ຂໍ້​ມູນ​ຂ່າວ, ​ເອກະສານ​ທີ່​ເກບ​ມາ​ໄດ້ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ເປັນ​ພື້ນຖານ​ເພື່ອ​ຄົ້ນ​ຄ້ວາ ​ແລະ ຖອດ​ຖອນ​ບົດຮຽນ​ຈາກ​ບັນດາ​ບັນຫາ​ເຊິ່ງສອງ​ປະ​ເທດ​ດັ່ງກ່າວ ​ໄດ້​ປະສົບ, ຈາກ​ນັ້ນ​ສາມາດ​ນຳ​ໃຊ້​ຢູ່​ຫວຽດນາມ ​ແລະ ນຳ​ເຂົ້າ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ​ໃນ​ຕໍ່ໜ້າ.

ຂ່າວ/ບົດ​ອື່ນ