ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ອິນເດຍ ຢ່າງເປັນທາງການ

(VOVWORLD) -   ການຢ້ຽມຢາມ ອິນເດຍ ຂອງຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ...

        ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Bipin Rawat, ປະທານຄະນະກໍາມະການເສນາທິການໃຫຍ່ ທັງເປັນຜູ້ບັນຊາການທະຫານບົກ ອິນເດຍ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນໍາໜ້າ ໄດ້ໄປຢ້ຽມຢາມອິນເດຍຢ່າງເປັນທາງການໃນລະຫວ່າງວັນທີ 24 – 28 ພະຈິກ 2019.

        ການຢ້ຽມຢາມ ອິນເດຍ ຂອງຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນອັນແທດຈິງລະຫວ່າງກອງທັບສອງປະເທດ, ໃນນັ້ນມີການປະຕິບັດເນື້ອໃນຂອງບົດບັນທຶກກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງກະຊວງປ້ອງກັນປະເທດ ແລະ ຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນປ້ອງກັນຊາດ ຫວຽດນາມ - ອິນເດຍ ໄລຍະ 2015 – 2020 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ