ຄະນະຜູ້ແທນຂັ້ນສູງພັກ,ລັດຫວຽດນາມເຂົ້າຮ່ວມພິທີງານສົບຂອງທ່ານສະໝານ ວິຍາເກດຢູ່ລາວ

ຄະນະຜູ້ແທນຂັ້ນສູງພັກ,ລັດຫວຽດນາມເຂົ້າຮ່ວມພິທີງານສົບຂອງທ່ານສະໝານ ວິຍາເກດຢູ່ລາວ - ảnh 1

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ​ພິທີ​ງານ​ສົບ​ທ່ານ ສະໝານ ວິ​ຍາ​ເກດ
(ພາບ: My Binh)

(vovworld) – ​ ວັນ​ທີ 24/7, ທ່ານ​ນາງ​ຮອງ​ປະທານ​ສະພ​າ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ພັກ ​ແລະ ລັດ ຫວຽດນາມ ​ໄປ​ຍັງ​ນະຄອນຫຼວງ ວຽງ​ຈັນ ​ເຂົ້າຮ່ວມ​ພິທີ​ງານ​ສົບ​ທ່ານ ສະໝານ ວິ​ຍາ​ເກດ, ອະດີດກຳມະການ​ກົມ​ການ​ເມືອງ, ອະດີດປະທານ​ສະພາ​ແຫ່ງ​ຊາດ, ອະດີດ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ ​ແລະ ວັດທະນະທຳ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ພິທີ​ໄວ້ອາ​ໄລ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ລາວ.

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນຍັງ ວໍລະ​ຈິດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ​ຕູ້ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ທີ່​ການ​ຕ້ອນຮັບ, ​ໂດຍ​ຕາງໜ້າ​ໃຫ້​ແກ່​ພັກ, ລັດ ​ແລະ ຄອບຄົວ​ທ່ານ ສະໝານ ວິ​ຍາ​ເກດ, ບັນດາ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ເລື​່ອງພັກ, ລັດ ​ຫວຽດນາມ  ​ໄດ້​ສົ່ງ​ໂທລະ​ເລກ​ແປ່​ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ ພັກ, ລັດ ລາວ ​ແລະ ສົ່ງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​​ໄປ​ລາວ ​ໄວ້ອາ​ໄລ​ທ່ານ ສະໝານ ວິ​ຍາ​ເກດ. ທ່ານ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ລາວ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ລາວ ຖື​ວ່າ: ຕໍ່ໜ້າ​ບັນ​ດາ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ ​ແລະ ​ເຈັບ​ປວດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ, ການ​ມີ​ໜ້າ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຫວຽດນາມ, ບັນດາ​ເພື່ອນ​ມິດ, ອ້າ​ຍນ້ອງ​ທີ່​ສະໜິດສະໜົມ, ​ແມ່ນ​ແຫຼ່ງກຳລັງ​ໜູນ, ​ແບ່ງປັນ​ອັນ​ໃຫຍ່​ຫຼວງ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ລາວ, ມັນສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ເລິກ​ເຊິ່ງຂອງ​ນ້ຳ​ໃຈ​ສາມັກຄີ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ຄວາມ​ສະໜິດ​ຕິດ​ພັນ, ​ເປັນຈິດ​ໜຶ່ງ​ໃຈ​ດຽວ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, ລັດ ​ແລະ ປະຊາຊົນ 2 ປະ​ເທດ ລາວ - ຫວຽດນາມ.


ຂ່າວ/ບົດ​ອື່ນ