ຄະນະຜູ້ແທນຂັ້ນສູງພັກແຮງງານສປປເກົາຫຼີຢ້ຽມຢາມຫວຽດນາມ

ຄະນະຜູ້ແທນຂັ້ນສູງພັກແຮງງານສປປເກົາຫຼີຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​​ຕ້ອນຮັບ ​ທ່ານ ​ເຈ​ເທ​ບົກ
ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ ສປປ.​ເກົາຫຼີ


(vovworld) - ຕອນ​ເຊົ້າ​ວັນ​ທີ 06/06, ທີ່​ການ​ຕ້ອນຮັບ​ທ່ານ ​ເຈ​ເທ​ບົກ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ ສປປ.​ເກົາຫຼີ ນຳ​ໜ້​າ ທີ່​ພວມ​ຢ້ຽມຢາມ ຫວຽດນາມ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ: ຫວຽດນາມ ສືບ​ຕໍ່​ຮັກສາ ​ແລະ ປັບປຸງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ສປປ.​ເກົາຫຼີ. ທ່ານ​ເລຂາທິການ​ໃຫຍ່ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່, ຢືດໝັ້ນ​​ແນວ​ທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນເປັນ​ຫລາຍ​ຝ່າຍ, ​​ຫລາຍ​ຮູບ​ຫລາຍ​ແບບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ຮັກສາ ​ແລະ ປັບປຸງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ສປປ ​ເກົາຫຼີ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢັ້ງຢືນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ປອດ​ນິວ​ເຄຼຍ​ໃນ​ ແຫຼມ​ເກົາຫຼີ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ສປປ.​ເກົາຫຼີ, ຂອງ​ພາກ​ພື້ນ ​ແລະ ​ໂລກ. ສ່ວນ​ທ່ານ ເຈ​ເທ​ບົກ ປາດ​ຖະໜາ​ວ່າ: ການ​ນຳ ​ແລະ ປະຊາຊົນ ສປປ.​ເກົາຫຼີ ສືບ​ຕໍ່ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ ​ແລະ ການຮ່ວມ​ມື​ກັບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ