ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມຫວຽດນາມ

ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນ​ິດຈີນ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 23/10, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນ​ິດຈີນ, ​ໂດຍທ່ານ ວາງ​ຈາງ​ຊວຍ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ສະພາ​ປຶກສາ​ການ​ເມືອງ​​ແຫງ​ຊາດ​ຈີນ​, ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ​, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ຍາ​ມ​ໃດພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ພ້​ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນ​ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຍຸດທະ​ສາດ​ຮອບດ້ານ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​ໃຫ້ 2 ຝ່າຍ ​ຈົ່ງຕັ້ງໜ້າ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ, ​ເພີ​່ມທະວີ​ການ​ພົບ​ປະ​ແລ​ກປ່ຽນ​ຂັ້ນ​ສູງ, ​ແກ້​ໄຂ​ບັນດາ​ບັນຫາ​ຍັງ​ຄົງ​ຄ້າງ​ເທື່ອ​ລະ​ກ​້າວ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນພາກ​ພື້ນ.

      ສ່ວນທ່ານ ວາງ​ຈາງ​ຊວຍ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຫັນ​ບັນດາ​ຄວາມ​ຮັບ​ຮູ້​ລວມ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ ບັນ​ລຸ​ໄດ້​​ໂດຍ​ໄວ, ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ.

      ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ ກໍ​ມີ​ກາ​ນ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ພັກ​ກ​ອມມູນິດ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ