ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່MexicoແລະEl Salvador

ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່MexicoແລະEl Salvador - ảnh 1
ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສາ​ກົນ​ທີ່​ມີ​ຊື່​ວ່າ “ບັນ​ດາ​ພັກ​ການ​ເມືອງ ແລະ ສັງ​ຄົມ​ໃໝ່”
(ພາບ: Việt Hòa/Vietnam+)

(vovworld) – ໃນ​ວັນ​ທີ 12 ແລະ 18/3, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໂດຍ​ທ່ານ​ຮອງ​ເລ​ຂາ​ຄະ​ນະ​ພັກ​ກຸ່ມ​ບັນ​ດາ​ອົງ​ກ​ານ​ສູນ​ກາງ ຟ້າມກວາງ​ທາວ ນຳ​ໜ້າ, ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ Mexico ແລະ El Salvador. ຢູ່ Mexico, ທ່ານ ຟ້າມກວາງ​ທາວ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສາ​ກົນ​ທີ່​ມີ​ຊື່​ວ່າ “ບັນ​ດາ​ພັກ​ການ​ເມືອງ ແລະ ສັງ​ຄົມ​ໃໝ່” ໂດຍ​ພັກ​ແຮງ​ງານ (PT) ຂອງ​ປະ​ທານ​ເຈົ້າ​ພາບ​ຈັດ​ຕັ້ງ. ໃນ​ບົດ​ທາບ​ທາມ​ຄວາມ​ເຫັນ​ທີ່​ມີ​ຫົວ​ຂໍ້​ວ່າ “ບັນ​ດາ​ຜົນ​ງານ, ສິ່ງ​ຈຳ​ກັດ ແລະ ບັນ​ດາ​ບັນ​ຫາ​ວາງ​ອອກ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຢູ່ ຫວຽດ​ນາມ”, ທ່ານ ຟ້າມ​ກວາງ​ທາວ ເນັ້ນ​ໜັກ​ເຖິງບັນ​ດາ​ຜົນ​ງານ​ໂດຍພື້ນ​ຖານ​ທີ່​ຫວຽດ​ນາມ ບັນ​ລຸ​ໄດ້. ນອກ​ຈາກ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຄະ​ນະ​ຜູ້​ແທນ​ຂອງ ຫວຽດ​ນາມ ກໍ່​ໄດ້​ດຳ​ເນີນ​ການ​​ພົບ​ປະ 2 ຝ່າຍ​ກັບ​ບາງ​ຄະ​ນະ​ຜູ້​ແທນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ ກູ​ບາ, ສ​ປ​ປ ເກົາຫຼີ.

        ຢູ່ El Salvador, ທ່ານ ຟ້າມກວາງ​ທາວ ແລະ ຄະ​ນະ​ໄດ້​​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ແນວ​ໂຮມ​ປົດ​ປ່ອຍ​ຊາດ Farrabundo Marti (FMLN) Medardo Gonzales, ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Oscar Ortiz ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ Sigfrido Reyes… ໃນ​ການ​ພົບ​ປະ ແລະ ເຮັດ​ວຽກ​ຄັ້ງ, ການ​ນຳ​ພັກ FMLN ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ກັບ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ກ່​ວາ​ອີກຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ແບ່ງ​ປັນ​ບົດ​ຮຽນ​, ພິ​ເສດ​ແມ່ນ​ບັນ​ດາ​ບົດ​ຮຽນ​ພັດ​ທະ​ນາ​ເສດ​ຖະ​ກິດ -ສັງ​ຄົມ ໃນ​ວິ​ວັດ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ