ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 14 ພັກກອມມູນິດ Peru

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 14 ພັກກອມມູນິດ Peru - ảnh 1
(ພາບປະກອບ)

(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 4 – 7/10, ຢູ່​ນະຄອນຫຼວງ Lima, Peru, ​​ໄດ້ດຳ​ເນີນກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ພັກ​ກອມ​ມູນິດ Peru. ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Nguyen Manh Hung, ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ Peru, Roberto De la Cruz Huaman; ທ່ານ​ຮອງ​ເລຂາທິການ​ໃຫຍ່, ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງພັກ Eleazar Briseno ​ແລະ ທ່ານ ກຳມະການ​ກົມ​ການ​ເມືອງ​ພັກ​ກອມ​ມູນິດ Peru - ປິຕຸ​ພູມ​ແດງ Jorge Jaime.

ທີ່ການ​ພົບ​ປະ​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​​ມາດ​ຕະການຕ່າງໆ​ເພື່ອ​ແນ​ໃສ່​ຊຸກຍູ້​ສາຍພົວພັນ​ສາມັກຄີ, ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ກັບ​ບັນດາ​ພັກ​ກອມ​ມູນິ​ດອື່ນໆກວ່າ​ອີກ. ພັກ​ກອມ​ມູນິດ Peru ​ແລະ ພັກກອມ​ມູນິດ Peru - ປິຕຸ​ພູມແດງ, ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະຜູ້​ແທນ, ຮໍ່າຮຽນ​ເອົາ​ບົດຮຽນ​ຂອງ​ຫວຽດນາມ, ​ເປີດ​ກວ້າງການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງທັງສອງ​ຝ່າຍມີ​ທ່າ​ແຮງ… ພັກ​ກອມ​ມູນິດ Peru ​ແລະ ພັກກອມ​ມູນິດ Peru - ປິຕຸ​ພູມແດງ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ກຸ່ມ​ບໍລິສັດ​ໂທລະ​ຄົມກອງທັບ (Viettel) ​ໄດ້​ລົງທຶນ​ກໍ່ສ້າງ​​ເຄື່ອຂ່າ​ຍ​ໂທລະ​ຄົມ​ຢູ່ Peru ​ແລະ ຢືນຢັນ​ວ່າ​ຈະ​ສົມທົບກັນ, ໜູນ​ຊ່ວຍ Viettel ​ແລະ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ເຂົ້າ Peru ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ