ຄະນະລັດຖະບານໃຫມ່ ຂອງ ຊີຣີ ສາບານຕົວ ຮັບຕຳແຫນ່ງ

ຄະນະລັດຖະບານໃຫມ່ ຂອງ ຊີຣີ ສາບານຕົວ ຮັບຕຳແຫນ່ງ - ảnh 1
ປະທານາທິບໍດີ Bashar al Assad
ພາບ: internet


(vovword) - ວັນ​ທີ 26/6, ສຳນັກ​ຂ່າວສານ​ແຫ່ງ​ຊາດ SANA ຂອງ ຊີຣີ ​ໄດ້​ໃຫ້​ຂ່າວ​ວ່າ: ຄະນະ​ລັດຖະບານ​ທີ່​ຫາກໍ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຂອງ​ປະ​ເທດ​ນີ້ ​ໄດ້​ຈັດ​ພິທີ​ສາບານ​ຕົວ​ຮັບ​ຕຳ​ແຫນ່​ງຕໍ່ຫນ້າ​ປະທານາທິບໍດີ Bashar al Assad. ນາຍົກລັດຖະມົນຕີຄົນ​ໃຫມ່​ຂອງ ຊີຣີ Riyad Farid Hijab ​ໄດ້​ປະກາດ​ສ້າງ​ຕັ້ງ​ສາມ​ກະຊວງ​ໃຫ​ມ່ ຊຶ່ງ​ລວມມີ: ກະຊວງ​ບັນດາ​ບັນຫາ​​ໄກ່​ເກ່ຍປອງ​ດອງ​ຊາດ, ກະຊວງການຄ້າ​ພາຍ​, ກະຊວງ​ແຫ່ຼງ​ນ້ຳ. ພິ​ເສດ ​ໃນ​ຄະນະ​ລັດຖະບານ​ໃຫມ່ນີ້ ​ມີຫນ້າ​ຂອງ​ສອງ​ທ່ານ​ຄື: ທ່ານ Ali Haidar  ລັດຖະມົນຕີ​ກະຊວງບັນດາ​ບັນຫາ​​ໄກ​່​ເກ່ຍປອງ​ດອງ​ຊາດ, ຊຶ່ງ​ແມ່ນ​ສະມາຊິກ​ຂອງ​ພັກ​ເຈດ​ຈຳນົງ​ປະຊາຊົນ ​ແລະ ທ່ານ Qadri Jamil ລັດຖະມົນຕີ​ກະຊວງ​ການ​ຄ້າພາຍໃນ ຊຶ່ງ​ເປັນ​ປະທານ​ພັກ​ດັ່ງກ່າວ. ຕາມ​ນັກ​ສັງ​ເກດ​ການ​ແລ້ວ, ການ​ມີຫນ້າ​ຂອງ​ສອງ​ທ່ານ​ດັ່ງກ່າວ​ໃນ​ອຳນາດ​ການ​ປົກຄອງ​ໃຫມ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ກະທຳ​ອັນ​ຖືກ​ຕອ້ງ. ປະທານາທິບໍດີ ຊີຣີ Bashar al Assad ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລັດຖະບານ​ໃຫມ່​ສຸມ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​​ເຮັດ​ໃຫ້​ຂະ​ບວນການ​ລຸກ​ຮື​ຂຶ້ນ​ຖືກ​ປະລາ​ໄຊ.  ທ່ານ Bashar ກໍ​ປະຕິ​ເສດ​ບັນດາ​ຖ້ອຍທຳນອງ​ຈາກ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ທີ່ທວງໃຫ້​ທ່ານ​ຕ້ອງລາ​ອອກ​ຈາກ​ຕຳ​ແຫນ່​ງ.

 

ຂ່າວ/ບົດ​ອື່ນ