ຄະນະເລຂາສູນກາງພັກ ເຮັດວຽກກັບຄະນະປະຈຳ ຄະນະພັກແຂວງຮ່າຢາງ

ຄະນະເລຂາສູນກາງພັກ ເຮັດວຽກກັບຄະນະປະຈຳ ຄະນະພັກແຂວງຮ່າຢາງ  - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
ເຮັດ​ວຽກ​ກັບ​ຄະນະ​ປະ​ຈຳ​ຄະນະ​ພັກ​ແຂວງ​ຮ່າ​ຢາງ
(ພາບ: vietnamplus.vn)


(vovworld) – ວັນ​ທີ 10/9, ຢູ່​ສຳນັກງານ​ສູນ​ກາງ​ພັກ, ຕາງໜ້າ​ຄະນະ​ເລຂາ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເປັນ​ເຈົ້າພາບ​ການ​ເຮັດ​ວຽກ​ກັບ​ຄະນະ​ປະ​ຈຳ​ຄະນະ​ພັກ​ແຂວງ​ຮ່າ​ຢາງ ກ່ຽວ​ກັບ​ສະພາບ​ການ​ພາຍຫຼັງ​ເຄິ່ງອາຍຸ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ຂອງ​ອົງຄະ​ນະ​ພັກ​ແຂວງ ກໍ່​ຄື​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຈຳນວນ​ໜຶ່ງ​ຂອງ​ແຂວງ​ເຖິງ​ປີ 2020. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຫັນ​ດີ​ຕໍ່​ທິດ​ທາງ​ກໍ່ສ້າງ ​ແລະ ພັດທະນາ​ຂອງ​ຮ່າ​ຢາງ​ເຖິງ​ປີ 2020. ທ່ານ​ເນັ້ນ​ໜັກ​ວ່າ ​ເພື່ອ​ປະຕິບັດ​ທິດ​ທາງ​ດັ່ງກ່າວ, ອົງຄະ​ນະ​ພັກ​ແຂວງ ຕ້ອງ​ໃກ້​ຊິດ​ກັບ​ຈຸດ​ພິ​ເສດສະ​ເພາະ, ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ທ່າ​ສະດວກ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖີ່​ນ ​ເພື່ອ​ປັບປຸງ​ບັນດາ​ຈຸດໝາຍ, ຕົວ​ເລກ​ຄາດໝາຍ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ຂອງ​ແຂວງ​ໄດ້​ວາງ​ອອກ; ສືບ​ຕໍ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ, ຕະຫຼາດ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ຢູ່​ກັບ​ທີ່. ຮ່າ​ຢາງ​ຄວນ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລະດົມ​ທຸກ​ແຫຼ່ງກຳລັງ​ສັງຄົມ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັບ​ແຂວງ​ອື່ນໆ, ສຸ​ມ​ໃສ່​ລົງທຶນ​ໃຫ້​ແກ່​ການ​ພັດທະນາ, ພັດທະນາ​ເສດຖະກິດ​ສັງຄົມ​ຕ້ອງ​ຕິດ​ພັນ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ພິ​ເສດ​ແຂວງ​ຮ່າ​ຢາງ ຄວນ​ສຸ​ມ​ໃສ່​ການ​ຊີ​ນຳ​ນຳພາ​ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່​ສ້າງ​ລະບົບ​ການ​ເມືອງ​ໃນ​ທົ່ວ​ອົງຄະ​ນະ​ພັກ.

ຂ່າວ/ບົດ​ອື່ນ