ງານບຸນອາຫານການກິນ ອາຊຽນຄັ້ງທີ 2 ຢູ່ກຳປູເຈຍ
![ງານບຸນອາຫານການກິນ ອາຊຽນຄັ້ງທີ 2 ຢູ່ກຳປູເຈຍ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2017_04_02/am_thuc.jpg)
ງານບຸນອາຫານການກິນ ອາຊຽນຄັ້ງທີ 2 |
(vovworl)- ຕອນຄ່ຳວັນທີ 1 ເມສາ, ຢູ່ພະນົມເປັນ ປະເທດ ກຳປູເຈຍ, ໄດ້ໄຂງານບຸນອາຫານການກິນ ອາຊຽນຄັ້ງທີ 2 . ນີ້ແມ່ນເຫດການປະຈຳປີທີ່ມີລັກສະນະເພື່ອການກຸສົນໂດຍອົງການບໍ່ຂຶ້ນກັບລັດຖະບານ “ ເພື່ອຮ້ອຍຍິ້ມຂອງເດັກ” ຂອງຝະລັ່ງສົມທົບກັບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ກະຊວງທ່ອງທ່ຽວ ແລະ ກະຊວງຊາວໜຸ່ມ ແລະ ກິລາກຳປູເຈຍຈັດຂຶ້ນ.
ໃນ 2 ວັນດຳເນີນງານບຸນ, ຊາວກຳປູເຈຍ ແລະ ບັນດາປະເທດອາຊຽນພ້ອມກັບເພື່ອນມິດສາກົນໄດ້ຊິມລົດຊາດພິເສດຂອງອາຫານ 200 ເຍື່ອງທີ່ເປັນເອກະລັກຂອງແຕ່ລະປະເທດອາຊຽນ. ອ້າຍ ເລເຟືອກຖ້ຽນ ພໍ່ຄົວຫວຽດນາມ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຮັບຜິດຊອບຮ້ານເຝີ ແລະ ໝູຢໍຂອງຫວຽດນາມທີ່ງານບຸນ. ນີ້ແມ່ນເຝີຮ່າໂນ້ຍເປັນອາຫານພິເສດຂອງພາກເໜືອ. ຂ້າພະເຈົ້າຮມີຄວາມເປັນກຽດທີ່ໄດ້ມີໂອກາດແນະນຳເຝີຂອງຫວຽດນາມໃຫ້ເພື່ອນມິດສາກົນ ”