ງານພົບປະແລກປ່ຽນວັດທະນະທຳບຸນປີໃໝ່ປະຈຳຊາດບາງປະເທດອາຊີ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງບາງປະເທດອາຊີ, ຕອນຄ່ຳວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ສະມາຄົມບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ 5 ປະເທດ ຈັດຕັ້ງງານພົບປະແລກປ່ຽນມິດຕະພາບ ອວຍພອນບຸນປີໃໝ່ປະຈຳຊາດຂອງບັນດາປະເທດອິນເດຍ, ກຳປູເຈຍ, ລາວ, ມຽນມາ, ໄທ.
ງານພົບປະແລກປ່ຽນວັດທະນະທຳບຸນປີໃໝ່ປະຈຳຊາດບາງປະເທດອາຊີ - ảnh 1 (ທ່ານນາງ ຫງວຽນລານເຮືອງ, ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ)

ເຂົ້າຮ່ວມງານພົບປະແລກປ່ຽນມີຜູ້ແທນປະມານ 200 ຄົນ, ເຊິ່ງແມ່ນການນຳບັນດາສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ຮ່າໂນ້ຍ, ບາງພະແນກ, ຄະນະ, ຂະແໜງການ… ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນລານເຮືອງ, ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໄດ້ຝາກຄຳອວຍພອນເຖິງເພື່ອນມິດສາກົນ.

      “ບຸນປີໃໝ່ປະຈຳຊາດແມ່ນໂອກາດເພື່ອໃຫ້ທຸກຄົນໄດ້ເຕົ້າໂຮມກັນພ້ອມກັບຍາດຕິພີ່ນ້ອງ ແລະ ຄອບຄົວ, ຍ້ອນວຽກງານສະນັ້ນພວກເພື່ອນຕ້ອງຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ພວກຂ້າພະເຈົ້າຂໍແບ່ງປັນຈຸດເວລາອັນອົບອຸ່ນ, ສຸດຈິດສຸດໃຈກັບພວກເພື່ອນ. ພວກຂ້າພະເຈົ້າຫວັງວ່າ, ຜ່ານບັນດາການເຄື່ອນໄຫວຂອງສະຫະສະມາຄົມມິດຕະພາບຮ່າໂນ້ຍ ທີ່ໄດ້ຈັດຕັ້ງເປັນປະຈຳ ຈະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນກວ່າ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ, ປະຊາຊົນນະຄອນຫຼວງຮ່າໂນ້ຍ ກັບປະຊາຊົນບັນດາປະເທດໃນໂລກ”.

      ໂດຍຕາງໜ້າເພື່ອມມິດສາກົນ, ທ່ານເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ Prak Nguon Hong ໄດ້ຂອບໃຈສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ທີ່ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວ ແລະ ເຊື່ອໝັ້ນວ່າ, ການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງບັນດາປະເທດໃນພາກພື້ນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ