ງານມະຫາກຳກິລານັກສຶກສາຫວຽດນາມຢູ່ມົດສະກູ-ລັດເຊຍ

ງານມະຫາກຳກິລານັກສຶກສາຫວຽດນາມຢູ່ມົດສະກູ-ລັດເຊຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ສຶກ​ສາ
ຫວຽດ​ນາມ​ຢູ່ ລັດ​ເຊຍ
ພາບ:baonga.com

(vovworld) - ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ມົດ​ສະ​ກູ ປະ​ເທດ​ລັດ​ເຊຍ​ຖືກ​ໄຂ​ຂຶ້ນ​ໃນ ​ວັ​ນ​ທີ 1/5 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິ​ລາກວ່າ 600 ຄົນ ມາ​ຈາກ 23 ມະ​ຫາ​ວິ​ທະ​ຍາ​ໄລ. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ​ໃນ​ຕົ້ນ​ເດືອນ 5 ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ ແລະ ນັບ​ມື້​ນັບ​ດຶງດ​ູດ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ບັນ​ດາ​ໂຮງ​ຮຽນ ທີ່​ລັດ​ເຊຍ ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ແທງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທ​ູ​ດ ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ  ໄດ້​ຍ້ອງ​ຍໍ​ຈິດ​ໃຈ​ຕັ້ງ​ຫນ້າ​ຂອງ​ບັນ​ດາ​ນັກ​ສຶກ​ສາ, ຊາວ​ຫນຸ່ມ​ທີ່​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ຄັ້ງ​ນີ້. ທ່ານ​ເຊີນ​ກ່າວ​ວ່າ:

        “ຂ້າ​ພະ​ເຈົ້າເຫັນ​ວ່າ ພວກ​ນ້ອງ​ລ້ວນ​ແຕ່​ມີ​ຄວາມ​ຕັດ​ສິນ​ໃຈ​ສູງ​ໃນ​ການ​ແຂ່ງ​ຂັນ​ກິ​ລາ ເພາະ​ວ່າ ພວກ​ເຮົາ​ພວມ​ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ​ເບີກ​ບານ​ມ່ວນ​ຊື່ນສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ພວມ​ພ້ອມກ​ັບ​ບັນ​ດາ​ເພື່ອນ​ມິດ​ລັດ​ເຊຍ ກະ​ກຽມ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລັດ​ທິ ຟາດ​ຊິດ.”

 

ຂ່າວ/ບົດ​ອື່ນ