ງານມະໂຫລານມິດຕະພາບຊາວຫນຸ່ມ ແຂວງ ເຊີນລາ ແລະ ບັນດາແຂວງ ພາກເຫນືອຂອງລາວ

ງານມະໂຫລານມິດຕະພາບຊາວຫນຸ່ມ ແຂວງ ເຊີນລາ ແລະ ບັນດາແຂວງ     ພາກເຫນືອຂອງລາວ - ảnh 1
ການປະຊຸມຂ່າວກ່ອນຈັດຕັ້ງງານມະໂຫລານມິດຕະພາບ ຊາວຫນຸ່ມ
ຫວຽນາມ - ລາວ
ພາບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 15/9 ຢູ່ ​ແຂວງ ​ເຊີນ​ລາ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສັງ​ສັນ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫນຸ່ມ ​ແລະ ຂະ​ບວນການ​ຊາວ​ຫນຸ່ມ​ລະຫວ່າງ​ຜູ້​ແທນ​ການ​ນຳ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ​ແຂວງ ​ເຊີນ​ລາ ກັບ​ຜູ້​ແທນ​ການ​ນຳ​ຊາວ​ຫນຸ່ມ 8 ​ແຂວງ​ພາກ​ເຫນືອ​ຂອງ​ລາວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ ງານ​ມະ​ໂຫລານ​ມິດຕະພາບ​ຊາວ​ຫນຸ່ມ ​ແຂວງ ​ເຊີນ​ລາ ​ແລະ ບັນດາ​ແຂວງ​ພາກ​ເຫນືອ​ຂອງ​ລາວ ປີ 2012. ​ທີ່​ການ​ພົບ​ປະ​ສັງ​ສັນ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ບົດບາດ​ຂອງ​ຊາວ​ຫນຸ່ມ ​ແລະ ວຽກ​ງານ​ຊາວ​ຫນຸ່ມ​ດ້ວຍ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ”. ບັນດາ​ຜູ້​ແທນ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ວຽກ​ງານ​ຄະນະ​ຊາວ​ຫນຸ່ມ ​ແລະ ຂະ​ບວນການ​ຊາວ​ຫນຸ່ມ​ສອງ​ປະ​ເທດ. ພ້ອມກັນ​ນັ້ນ​ ປຶກສາ​ຫາລື, ​ແລກປ່ຽນ​ກ່ຽວ​ກັບ​ຫນ້າ​ທີ່ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ຍົກ​ສູງ​ຄວາ​ມຮັບ​ຮູ້​ຂອງ​ໄວ​ຫນຸ່ມ​ສອງ​ປະ​ເທດ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ ​ແລະ ລາວ. ​

 

ຕອບກັບ

ຂ່າວ/ບົດ​ອື່ນ