ງານມະໂຫລານ ໂທລະພາບອາຊີ - ປາຊີຝິກ (ABU) ຄັ້ງທີ 2

ງານມະໂຫລານ ໂທລະພາບອາຊີ - ປາຊີຝິກ (ABU) ຄັ້ງທີ 2 - ảnh 1
(ງານ​ມະ​ໂຫລານ​ໂທລະພາບ​ອາຊີ - ປາຊີ​ຝິກ (ABU) ຄັ້ງ​ທີ 2)

(vovworld) – ງານ​ມະ​ໂຫລານ​ໂທລະພາບ​ອາຊີ - ປາຊີ​ຝິກ (ABU) ຄັ້ງ​ທີ 2 ຖືກ​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 26/10 ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ທີ່​ນອນ​ໃນ​ຂອບ​ເຂດ​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຄັ້ງ​ທີ 50 ສະຫະ​ສະມາຄົມ ວິທະຍຸ ​ໂທລະພາບ​ອາຊີ - ປາຊີ​ຝິກ , ​ເຊິ່ງຈັດ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ຢູ່​ຫວຽດນາມ. ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ ມີ 15 ປະ​ເທດ ​ແລະ ​ເຂດ​ແຄວ້ນ, ​ເຕົ້າ​ໂຮມ​ບັນດາ​ນັກ​ຮ້ອງ​ທີ່​ຮັບ​ຄວາມ​ນິຍົມ​ຈາກ​ອີ​ຣານ, ຮົງ​ກົງ, ຍີ່ປຸ່ນ, ອາບ​ກາ​ນິສຖານ, ສິງກະ​ໂປ, ​ໄທ, ບຮູ​ໃນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ... ​ແລະ ປະ​ເທດ​ເຈົ້າພາບ​ຫວຽດນາມ.

ງານ​ມະ​ໂຫລານ ​ແມ່ນ​ຂໍ້​ລິ​ເລີ່​ມຂອງ ສະຫະ​ສະມາຄົມ ວິທະຍຸ ​ໂທລະພາບ​ອາຊີ - ປາຊີ​ຝິກ  ​ແລະ ​ໂທລະພາບ KBS ຂອງ​ສ ​ເກົາຫຼີ, ຖືກ​ຈັດ​ຕັ້ງ​​ເທື່ອ​ທຳ​ອິດແຕ່​ປີ 2012 ຢູ່​ເຊີ​ອູ​ນ, ສ​ເກົາຫຼີ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ປີ​ນີ້​ງານ​ມະ​ໂຫລານ​ໄດ້​ອອກ​ອາກາດ​ຢູ່​ທຸກ​ປະ​ເທດ​ທີ່​ມີ​ນັກ​ຮ້ອງ​ເຂົ້າ​ຮ່ວມ ​ແລະ ຫຼາຍ​ປະ​ເທດ​ສະມາຊິກ​ຂອງ ABU.

ຂ່າວ/ບົດ​ອື່ນ