ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ ຫວຽດ​ນາມ 2020 ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ

(VOVWORLD) - ນີ້ຈະແມ່ນໂອກາດທີ່ດີໃຫ້ແກ່ຂະແໜງອຸດສາຫະກຳປ້ອງກັນຊາດ - ປ້ອງກັນຄວາມສະຫງົບທີ່ໄດ້ສຳຜັດກັບບັນດາອຸປະກອນວິທີການອັນກ້າວໜ້າຂອງໂລກ, ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາບໍລິສັດສະໜອງ ແລະ ຝ່າຍ ຫວຽດນາມ ອາດສາມາດແລກປ່ຽນກ່ຽວກັບຂໍ້ມູນຂ່າວສານ, ເຕັກໂນໂລຢີ. 
ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ ຫວຽດ​ນາມ 2020 ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ - ảnh 1 ກອງປະຊຸມຖະແຫຼງຂ່າວກ່ຽວກັບງານວາງສະແດງການຄ້າສາກົນ ກ່ຽວກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ 2020 (ພາບ: qdnd.vn)

ງານວາງສະແດງການຄ້າສາກົນກ່ຽວກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ 2020 (VIDSE 2020) ຈະໄດ້ດຳເນີນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 4 – 6 ມີນາ 2020 ໂດຍກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງອຸດສາຫະກຳ ແລະ ການຄ້າ, ບໍລິສັດໂຄສະນາ ແລະ ງານຕະຫຼາດນັດສາກົນ ຮ່າໂນ້ຍ (HADIFA), ບໍລິສັດ Clarion Events (ລາຊະອານາຈັກ ອັງກິດ) ຈັດຕັ້ງຂຶ້ນ.

ງານວາງສະແດງການຄ້າສາກົນ ກ່ຽວກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ 2020 ຈະສຸມໃສ່ໃນຂົງເຂດອຸດສາຫະກຳ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຈະເຕົ້າໂຮມເອົາຫົວໜ່ວຍທີ່ສະໜອງການບໍລິການ, ອຸປະກອນ, ເຕັກໂນໂລຢີທີ່ກ້າວໜ້າມາເຂົ້າຮ່ວມນັບເປັນຮ້ອຍຫົວໜ່ວຍ, ສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດ, ກຸ່ມບໍລິສັດພາຍໃນ ແລະ ຕ່າງປະເທດຊອກຫາ, ເປີດກ້ວາງຄວາມສາມາດໃນການພົວພັນການຄ້າ ແລະ ຕອບສະໜອງບັນດາຄວາມຕ້ອງການກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ ຫວຽດນາມ. ນີ້ຈະແມ່ນໂອກາດທີ່ດີໃຫ້ແກ່ຂະແໜງອຸດສາຫະກຳປ້ອງກັນຊາດ - ປ້ອງກັນຄວາມສະຫງົບທີ່ໄດ້ສຳຜັດກັບບັນດາອຸປະກອນວິທີການອັນກ້າວໜ້າຂອງໂລກ, ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາບໍລິສັດສະໜອງ ແລະ ຝ່າຍ ຫວຽດນາມ ອາດສາມາດແລກປ່ຽນກ່ຽວກັບຂໍ້ມູນຂ່າວສານ, ເຕັກໂນໂລຢີ. 

ຕອບກັບ

ຂ່າວ/ບົດ​ອື່ນ