ງານວາງສະແດງພາບແຕ້ມບຸນປີໃໝ່ປະຈຳຊາດປີກຸນ

(VOVWORLD) -ໃນລະຫວ່າງວັນທີ 15 – 23 ມັງກອນ, ຢູ່ຮ່າໂນ້ຍ ຈະຈັດງານວາງສະແດງພາບແຕ້ມບຸນປີໃໝ່ປະຈຳຊາດປີກຸນ (ບຸນເຕັດ) ທີ່ໄດ້ວາງສະແດງ ແລະ ນຳສະເໜີພາບແຕ້ມ 57 ແຜ່ນ ຂອງນັກຈິດຕະກອນຍຸກປະຈຸບັນຫວຽດນາມ 30 ຄົນ.

ງານວາງສະແດງພາບແຕ້ມບຸນປີໃໝ່ປະຈຳຊາດປີກຸນ - ảnh 1ງານວາງສະແດງພາບແຕ້ມບຸນປີໃໝ່ປະຈຳຊາດປີກຸນ

(ພາບ: toquoc.vn)

ທີ່ພິທີໄຂງານວາງສະແດງ ຈະມີການໂອ້ລົມສົນທະນາກ່ຽວກັບຫົວຂໍ້ພາບແຕ້ມວັນບຸນເຕັດ ເວົ້າລວມ ແລະ ພາບແຕ້ມບຸນປີໃໝ່ປະຈຳຊາດປີກຸນ ເວົ້າສະເພາະ.

        ງານວາງສະແດງນີ້ຈະປະກອບສ່ວນເຂົ້າໃນບັນຍາກາດລະດູບານໃໝ່ໃຫ້ແກ່ພື້ນຖານສິລະປະຫວຽດນາມ ຕື່ມອີກ; ພ້ອມກັນນັ້ນ ກໍ່ຈະນຳມາເຊິ່ງບັນດາມູນມອງໃໝ່ກ່ຽວກັບໂຕໝູໃຫ້ແກ່ຜູ້ຊົມ ເມື່ອກ້າວເຂົ້າສູ່ປີໃໝ່ 2019.

ຕອບກັບ

ຂ່າວ/ບົດ​ອື່ນ