![ງານວາງສະແດງເອກະສານ, ວັດຖຸພັນກ່ຽວກັບ “ສາຍພົວພັນ ແບບພິເສດ ຫວຽດນາມ - ລາວ” - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_07_19/trien%20lam%20anh%201.jpg)
ໄຂງານວາງສະແດງ“ສາຍພົວພັນແບບພິເສດຫວຽດນາມ - ລາວ, 1962 - 2012”
( ພາບ: baoninhthuan.com.vn )
(vovworld) – ງານວາງສະແດງຮູບພາບ, ເອກະສານ, ວັດຖຸພັນ ແລະ ປຶ້ມທີ່ດີເດັ່ນກ່ຽວກັບ “ສາຍພົວພັນແບບພິເສດຫວຽດນາມ - ລາວ, 1962 - 2012” ຫາກໍຈັດຂຶ້ນຢູ່ຫໍພິພິດຕະພັນໂຮ່ຈິມິນ ໃນຕອນບ່າຍວັນທີ 18/7. ມີຮູບພາບ 100 ແຜ່ນ, ເອກະສານ, ວັດຖຸພັນ ໄດ້ວາງສະແດງຢູ່ງານວາງສະແດງ “ສາຍພົວພັນແບບພິເສດຫວຽດນາມ - ລາວ, ແຕ່ປີ 1962 - 2012” ໄດ້ແນະນຳຕໍ່ໝູ່ມະຫາຊົນກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນຕະຫຼອດໄລຍະທາງແຫ່ງການຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນພິເສດຂອງສອງພັກ, ສອງຊາດໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.