ງານວາງສະແດງແຜນທີ່ແລະເອກະສານ “ຮວ່າງຊາ,ເຈື່ອງຊາຂອງຫວຽດນາມ,ບັນດາພະຍານຫລັກຖານປະຫວັດສາດແລະນິຕິກຳ”

ງານວາງສະແດງແຜນທີ່ແລະເອກະສານ “ຮວ່າງຊາ,ເຈື່ອງຊາຂອງຫວຽດນາມ,ບັນດາພະຍານຫລັກຖານປະຫວັດສາດແລະນິຕິກຳ” - ảnh 1
ເກາະ​ຮ່​ວາງ​ຊາ​ໃຫຍ່
ພາບ​:truongsahoangsa

(vovworld)- ງານ​ວາງ​ສະ​ແດງ​ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ, ບັນ​ດາ​ພະ​ຍານ​ຫລັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ” ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 23/6 ຢູ່ ຫໍ​ພິ​ພິ​ດ​ທະ​ພັນ​ແຂວງ ນາມດີ້ງ ໂດຍ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ​ຈັດ​ຕັ້ງ​ຂຶ້ນ. ງານ​ວາງ​ສະ​ແດງ​ໄດ້​ເຕົ້າ​ໂຮມ​ເອ​ກະ​ສານ, ວັດ​ຖຸ​ພັນ, ສິ່ງ​ພິມ, ແຜນ​ທີ່ ຫລາຍ​ຢ່າງ​ຈາກ​ບັນ​ດາ​ແຫລ່ງ​ເອ​ກະ​ສານ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ຢູ່​ພາຍ​ໃນ ແລະ ສາ​ກົນ ​ທີ່​ໄດ້​ຮັບ​ການ​ປະ​ກາດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ​. ບັນ​ດາ​ເອ​ກະ​ສານ​ລ້ວນ​ແຕ່ຢັ້ງ​ຢືນ​ວິ​ວັດ​ທະ​ນາ​ການ​ຮັບ​ຮູ້, ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແລະ ບັນ​ດາ​ເຂດ​ທະ​ເລ​ໝູ່​ເກາະ​ອື່ນ​ທີ່​ຂຶ້ນ​ກັບ​ຜືນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ. ທີ່ງານ​ວາງ​ສະ​ແດງຍັງ​ມີ​ແຜນ​ທີ່ 100 ສະ​ບັບ ໂດຍ​ພິ​ສູດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ໂດຍ​ຫວຽດ​ນາມ ຫລື ຝ່າຍ​ຕາ​ເວັນ​ຕົກ ປະ​ກາດ​ນັບ​ແຕ່​ສັດ​ຕະ​ວັດ​ທີ 17 ມາ​ຮອດ​ປະ​ຈຸ​ບັນ. ນີ້​ແມ່ນ​ບັນ​ດາ​ເອ​ກະ​ສານ​ມີ​ຄຸນ​ຄ່າ​ດ້ານ​ນິ​ຕິ​ກຳ​ເພີ່ມ​ເຕີມ​ເຂົ້າ​ໃນ​ຊຸດ​ສຳ​ເນົາ​ພິ​ສູດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ