ງານວາງສະແດງແລະໂອ້ລົມສົນທະນາກ່ຽວກັບຫົວຂໍ້ທະເລຕາເວັນອອກຢູ່ຝລັ່ງ

ງານວາງສະແດງແລະໂອ້ລົມສົນທະນາກ່ຽວກັບຫົວຂໍ້ທະເລຕາເວັນອອກຢູ່ຝລັ່ງ - ảnh 1
(ງານ​ວາງ​ສະ​ແດງ​ແລະ​ໂອ້​ລົມ​ສົນ​ທະ​ນາ
​ກ່ຽວ​ກັບ​ຫົວ​ຂໍ້​ທະ​ເລ​ຕາ​ເວັນ​ອອກ​ຢູ່​ຝລັ່ງ)

(vovworld) - ງານ​ວາງ​ສະ​ແ​ດງ - ຮູບ​ເງົາ - ການ​ໂ​ອ້​ລົມ​ສົນ​ທະ​ນາ​ທີ່ມີ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ທະ​ເລ​ຕາ​ເວັນ​ອອກ” ​ຖືກດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 12/12, ຢູ່​ນະ​ຄອນ​ຫຼວງ​ປາ​ຣີ, ປະ​ເທດ​ຝ​ລັ່ງ. ກາ​ນ​ເຄື່ອນ​ໄຫວນີ້​ໂດຍ​ສະ​ມາ​ຄົມ​ໃຫຍ່​ຊາວ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຝ​ລັ່ງ - ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫ​ວຽດ​ນາມ ປະ​ຈຳ​ຝ​ລັ່ງ, ກຸ່ມ​ຄ​ົ້ນ​ຄວ້າ​ທະ​ເລ​ຕາ​ເວັນ​ອອກ ແລະ ສູນ​ຂ​ໍ້​ມູນ​ຂ່າວ​ສານ ແລະ ເອ​ກະ​ສານ​ກ່ຽວ​ກັບ​ຫວຽດ​ນາມ ພ້ອມ​ກັນ​ຈັດ​ຕັ້ງ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ກ່ຽວ​ກັບສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ ໃນ​ປະ​ຈຸ​ບັນ ແລະ​ ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ເລື່ອງ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ຫວຽດ​ນາມ ກວ່າ​ອີກ. ຄະ​ນະ​ຈັດ​ຕັ້ງ​ກ​ໍ​ໄດ້​ສາຍ​ບັນ​ດາ​ຮູບ​ເງົາ​ເອ​ກະ​ສານ​​ທີ່​ກ່ຽວ​ຂ້ອງ​ເຖິງພູມ​​ສາດ, ປະ​ຫວັດ​ສາດ​ຂອງ​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ການ​ເຄື່ອນ​ໄ​ຫວ​ຫວ່າງມໍ່ໆ​ມານີ້​ຂອງ​ຈີນ ​ເພື່ອ​ແນ​ໃສ່ປ່ຽນ​ແປງ​ສະ​ພ​າບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຮັດ​ໃຫ​້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ເຄັ່ງ​ຕຶງ.

      ​ໃນ​ຂອບ​ເຂດງານ​ວາງ​ສະ​ແ​ດງ “​ມຸ່ງ​ໄປ​ເຖິງ​ທະ​ເລ​ຕາ​ເວັນ​ອອກ” ​ຍັງ​ມີການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະ​ຈຸ​ບັນ, ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາ​ກ​ພື້ນ ແລະ ທ່າ​ທີ່​ຂອງ​ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສະ​ຫະ​ພາບ​ເອີ​ລົບ ສຳ​ລັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ຄຳ​ເຫັນ​ລ້ວນ​ແຕ່​​ສະ​ແດງ​ເຖິງ​ການສະ​ໜັບ​ສະ​ໜູນ​ຫວຽດ​ນາມ ແລະ ປ​າດ​ຖະ​ໜາ​ຢາກ​ແກ້​ໄຂ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ