ງານໂຮມຊຸມນຸນສະເຫຼີມ ສະຫຼອງ 37 ປີແຫ່ງວັນ ສະຖາປະນາ ສປປ ລາວ

ງານໂຮມຊຸມນຸນສະເຫຼີມ ສະຫຼອງ 37 ປີແຫ່ງວັນ ສະຖາປະນາ ສປປ ລາວ - ảnh 1
(​ພິທີ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ສະຖາ​ປະນາ ສປປ ລາວ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ສະຖາ​ປະນາ ສປປ ລາວ (2/12/1975 – 2/12/2012). ​ເຂົ້າ​ຮ່ວມ​ພິທີມີ​ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ, ຜູ້ຕາງໜ້າ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ, ຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງພັກ, ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ພ້ອມ​ກັບ​ພະນັກງານສະຖານທູດ, ​ນັກ​ສຶກສາລາ​ວທີ່​ພວມ​ປະຕິບັດ​ງານ ​ແລະ ຮໍ່າຮຽນ​ຢູ່​ຫວຽດນາມ ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼວງ​ຫຼາຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ ​ເນັ້ນ​ໜັກ​ວ່າ ວັນ​ສະຖາປະນາປະ​ເທດສປປ ລາວ ຄື​ວັນ​ທີ 2/12/1975 ​ໄດ້​ເປີດ​ສັງກະ​ລາດ​ໃໝ່ ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ໃນ​ຕະຫຼອດ 37 ປີຜ່ານມາ, ສປປ ລາວ ​ໄດ້​​ພັດທະນາ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ ມີ​ການ​ປ່ຽນ​ໃໝ່​ຢ່າງ​ເຫັນ​ໄດ້​ຊັດ. ​ໃນ​ການ​ພັດທະນາ​ນັ້ນ ສປປ ລາວ ກໍ​ຮູ້​ສຶກ​ເອກອ້າງ​ທະນົງ​ໃຈ​ ຍ້ອນມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດສົມ​ພອນ ສີ​ຈະ​ເລີ​ນ ​ເນັ້ນ​ໜັກ​ວ່າ:

     


ຕາງໜ້າ​​ໃຫ້​ພັກ ​ແລະ ລັດ ຫວຽດນາມ, ທ່ານ​ຫງວຽນ​ຮຸ​ຍກວາງ (Nguyen Huy Quang), ຮອງ​ປະ​ທານ​ສະມາຄົມ​ມິດ​ຕະພາບ​ຫວຽດນາມ - ລາວ ​ໄດ້ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດມາຍັງ​ບັນດາ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ເນື່ອງ​ໃນ​ໂອກາດວັນ​ສະຖາ​ປະນາ ​ສປປ ລາວ, ພ້ອມ​ທັງ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນຕໍ່​ບັນດາ​ການ​ພັດທະນາ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ​ຂອງ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະຊາຊົນ​ລາວ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ໃໝ່​ທີ່​ໃຫຍ່​ຫຼວງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດກວ່າ​ອີກ.

ຂ່າວ/ບົດ​ອື່ນ