ຈັດງານ​ສົບ​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເລ​ຂາຟຽວ ຕາມ​ພິທີ​ໄຫວ້​ອາ​ໄລ​ລະດັບ​ຊາດ

(VOVWORLD) -ວັນທີ 10 ສິງຫາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສສ.ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ອອກແຈ້ງການສະບັບພິເສດ. ແຈ້ງການສະບັບດັ່ງກ່າວໄດ້ຊີ້ແຈ້ງວ່າ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໄດ້ເຖິງແກ່ມໍລະນະກໍາໃນເວລາ 2 ໂມງ 52 ນາທີຂອງວັນທີ 07 ສິງຫາ 2020, ຢູ່ເຮືອນພັກສ່ວນຕົວ, ລວມອາຍຸ 89 ປີ.
ຈັດງານ​ສົບ​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເລ​ຂາຟຽວ ຕາມ​ພິທີ​ໄຫວ້​ອາ​ໄລ​ລະດັບ​ຊາດ - ảnh 1 ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເຖິງແກ່ມໍລະນະກໍາໃນເວລາ 2 ໂມງ 52 ນາທີຂອງວັນທີ 07 ສິງຫາ 2020, ຢູ່ເຮືອນພັກສ່ວນຕົວ, ລວມອາຍຸ 89 ປີ (ພາບ: vov.vn)

        ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເກີດວັນທີ 27 ທັນວາ 1931, ຢູ່ຕາແສງ ດົງເຄ, ເມືອງດົງເຊີນ, ແຂວງແທັງຮວ໊າ. ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດນັບແຕ່ປີ 1947; ເຂົ້າເປັນສະມາຊິກພັກໃນວັນທີ 19 ມິຖຸນາ 1949; ເປັນກໍາມະການຄະນະບໍລິຫານງານສູນກາງພັກ ຊຸດທີ VII, VIII; ເປັນເລຂາສູນກາງພັກຊຸດທີ VII; ກໍາມະການກົມການເມືອງຊຸດທີ VII, ຊຸດທີ VIII; ກໍາມະການປະຈໍາການ, ປະຈໍາກົມການເມືອງ ຊຸດທີ VIII; ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຊຸດທີ VIII (ນັບແຕ່ເດືອນ ທັນວາ 1997 ຫາ ເດືອນ ເມສາ 2001) ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ IX, ຊຸດທີ X.

        ໂດຍເຄື່ອນໄຫວປະຕິວັດມາເປັນເວລາກວ່າ 70 ປີ, ທ່ານໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວິດອັນສະຫງ່າອົງອາດຂອງພັກ ແລະ ຊາດຫວຽດນາມ. ທ່ານໄດ້ຮັບຫຼຽນໄຊດາວຄໍາ, ຫຼຽນກາ 70 ປີເປັນສະມາຊິກພັກ ຈາກພັກ, ລັດ ຫວຽດນາມ ແລະ ຫຼາຍຫຼຽນກາຫຼຽນໄຊທີ່ສູງສົ່ງອື່ນໆຂອງຫວຽດນາມ ແລະ ສາກົນ.

        ເພື່ອສະແດງຄວາມອາໄລອາວອນແກ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງຈັດຕັ້ງງານສົບລະດັບຊາດ ຢູ່ຫໍງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ ໂດຍເລີ່ມແຕ່ເວລາ 8 ໂມງເຂົ້າ ຂອງວັນທີ 14 ສິງຫາ ຮອດເວລາ 12 ໂມງຂອງວັນທີ 15 ສິງຫາ 2020 ໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານ. ໃນຂະນະດໍາເນີນງານສົບລະດັບຊາດນີ້, ບັນດາອົງການ, ສະຖານທີ່ສາທາລະນະ ຈະເອົາທຸງລົງເຄິ່ງເສົາ ແລະ ຢຸດຕິບັນດາການເຄື່ອນໄຫວລະຫຼີ້ນບັນເທິງຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ