ຈັດຕັ້ງການເສັງ ແນວຄິດເລີ່ມທຸລະກິດມີຫົວຄິດປະດິດສ້າງຂອງຊາວໜຸ່ມຊົນນະບົດຄັ້ງທີ I

(VOVWORLD) - ການເສັງເພື່ອແນໃສ່ ລະດົມກຳລັງໃຈ, ສົ່ງເສີມ, ສ້າງນ້ຳໃຈເລີ່ມທຸລະກິດ, ກໍ່ຮ່າງສ້າງຕົວ, ເຂົ້າຮ່ວມການພັດທະນາເສດຖະກິດຂອງຊາວໜຸ່ມເວົ້າລວມ; ສ້າງສະພາບແວດລ້ອມສະດວກເພື່ອຊຸກຍູ້, ໜູນຊ່ວຍຊາວໜຸ່ມເຂດຊົນນະບົດເວົ້າສະເພາະ ໃນວິວັດການເລີ່ມທະລຸກິດ, ປ່ຽນໃໝ່, ມີຫົວຄິດປະດິດສ້າງ

ເພື່ອຍູ້ແຮງຂະບວນການ “ໄວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, ລາຍການ “ໜູນຊ່ວຍຊາວໜຸ່ມ ເລີ່ມທຸລະກິດ” ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ XI, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະກາດໃຊ້ແຜນການຈັດຕັ້ງການເສັງ “ແນວຄິດເລີ່ມທຸລະກິດມີຫົວຄິດປະດິດສ້າງຊາວໜຸ່ມຊົນນະບົດຄັ້ງທີ I”. ການເສັງເພື່ອແນໃສ່ ລະດົມກຳລັງໃຈ, ສົ່ງເສີມ, ສ້າງນ້ຳໃຈເລີ່ມທຸລະກິດ, ກໍ່ຮ່າງສ້າງຕົວ, ເຂົ້າຮ່ວມການພັດທະນາເສດຖະກິດຂອງຊາວໜຸ່ມເວົ້າລວມ; ສ້າງສະພາບແວດລ້ອມສະດວກເພື່ອຊຸກຍູ້, ໜູນຊ່ວຍຊາວໜຸ່ມເຂດຊົນນະບົດເວົ້າສະເພາະ ໃນວິວັດການເລີ່ມທະລຸກິດ, ປ່ຽນໃໝ່, ມີຫົວຄິດປະດິດສ້າງ, ພິເສດແມ່ນໃນຂົງເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງ. ທ່ານເລຂາທິການຜູ້ປະຈຳການ      ສູນກາງຄະນະຊາວໜຸ່ມ ຫງວຽນແອງຕ໋ວນ ແບ່ງປັນວ່າ: ສູນກາງຄະນະຊາວໜຸ່ມຫວັງວ່າ ການແຂ່ງຂັນຈະດຶງດູດຊາວໜຸ່ມ ຫວຽດນາມ ຕອບສະໜອງ ແລະ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ຜ່ານນັ້ນ ປະກອບສ່ວນສ້າງສະພາບແວດລ້ອມໜູນຊ່ວຍຊາວໜຸ່ມເຂົ້າຮ່ວມການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່; ດຶງດູດການໜູນຊ່ວຍ, ການລົງທຶນຂອງບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ສຳລັບບັນດາແນວຄິດ, ໂຄງການເລີ່ມທຸລະກິດຂອງຊາວໜຸ່ມໃນຂົງເຂດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ