ຈີນກໍ່ສ້າງປາພະຄານຢູ່ໝູ່ເກາະເຈື່ອງຊາແມ່ນລ່ວງລະເມີດອະທິປະໄຕຂອງຫວຽດນາມ

ຈີນກໍ່ສ້າງປາພະຄານຢູ່ໝູ່ເກາະເຈື່ອງຊາແມ່ນລ່ວງລະເມີດອະທິປະໄຕຂອງຫວຽດນາມ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ
ພາບ:TTXVN

(vovworld)-  ​ວັນ​ທີ 13/10 ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ຫນ້າ​ເຫດ​ການ ຈີນ ​ເປີດ​ນຳ​ໃຊ້​ປາ​ພະ​ຄານ 2 ແຫ່ງ​ຢູ່ ​​ຫາດດອນ​ຫີນ ເຈົາ​ວຽນ ແລະ ກາກ​ມາ ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້​ງວ່າ:

        “ຫວຽດ​ນາມ ຢືນ​ຢັນ ອີກ​ຄັ້ງ​ຫນຶ່ງ​ວ່າ: ຫວຽດ​ນາມ ມີ​ພະ​ຍານ​ຫລັກ​ຖານ​ດ້ານ​ນິ​ຕິ​ທຳແລະ ປະ​ຫວັດ​ສາດ​​ຢ່າງ​ພຽງ​ພໍກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ທີ່ບໍ່​ ອາດປະ​ຕິ​ເສດ​ໄດ້ ສຳ​ລັບ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ທຸກ​ການ​ກະ​ທຳ​ຂອງ​ບັນ​ດາ​ຝ່າຍ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ ທີ່ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ ຫວຽດ​ນາມ ລ້ວນ​ແຕ່ ແມ່ນ​ຜິດ​ກົດ​ໝາຍ ແລະ ບໍ່​ມີ​ຄຸນ​ຄ່າ. ເລື່ອງ ຈີນ ກໍ່​ສ້າງປາ​ພະ​ຄານ ຢູ່ ​ຫາດດອນ​ຫີນ ເຈົາ​ວຽນ ແລະ ກາກ​ມາ ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ ແມ່ນ​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ໄປ​ຝືນ​ກັບ​ຄວາມ​ຮັບ​ຮູ້​ລ​ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ເຮັດ​ໃຫ້​​​ສະ​ພາບ​ການ​ເພີ່ມຄວາ​ມ​ສັບ​ສົນ, ​ເຄັ່ງ​ຕຶງ​ຂຶ້ນຕື່ມ. ຫວຽດ​ນາມ ເດັດ​ດ່ຽວ​ປະ​ຕິ​ເສດ ແລະ ຄັດ​ຄ​້ານ​ຢ່າງ​ແຮງ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ຝ່າຍ​ຈີນ.”

ຂ່າວ/ບົດ​ອື່ນ