ຈີນໃຫ້ຄຳໝັ້ນສັນຍາຈະພ້ອມກັບອາຊຽນສືບຕໍ່ເພີ່ມທະວີການຮ່ວມມືໃນ 3 ເສົາຄ້ຳ

(VOVWORLD) -ທີ່ການປະຊຸມຂ່າວນັດສາມັນເມື່ອວັນທີ 01 ມິຖຸນາ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຄວາຈວນຢິງ ໃຫ້ຮູ້ວ່າ

ຈີນໃຫ້ຄຳໝັ້ນສັນຍາຈະພ້ອມກັບອາຊຽນສືບຕໍ່ເພີ່ມທະວີການຮ່ວມມືໃນ 3 ເສົາຄ້ຳ - ảnh 1 ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຄວາຈວນຢິງ

(ພາບ: ກະຊວງການຕ່າງປະເທດຈີນ)

ຈີນ ຖືເປັນສຳຄັນບົດບາດຂອງອາຊຽນ, ຕີລາຄາສູງການພົວພັນລະຫວ່າງຈີນ - ອາຊຽນ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັບອາຊຽນ ເພີ່ມທະວີການຮ່ວມມືໃນ 3 ຂົງເຂດເປັເສົນຄ້ຳນັ້ນແມ່ນ ຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ. ຕາມທ່ານນາງ ຄວາຈວນຢິງ ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ - ອາຊຽນ, ຈີນ ຈະພ້ອມກັບອາຊຽນ ສືບຕໍ່ເພີ່ມທະວີການຮ່ວມມືໃນ 3 ຂົງເຂດດັ່ງກ່າວ, ວາງອອກບັນດາການປະກອບສ່ວນໃໝ່ໃຫ້ແກ່ສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ. ນອກນັ້ນ, ທ່ານນາງ ຄວາຈວນຢິງ ໃຫ້ຮູ້ວ່າ, ຈີນ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ຊຸກຍູ້ການບັນລຸໄດ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ, ພ້ອມກັນຊຸກຍູ້ການສ້າງປະຊາຄົມເສດຖະກິດອາຊີຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ