ຈີນ ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຊຸກ​ຍູ້​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ແກ້ງ​ແຍ້ງ ແລະ ປະ​ດິດ​ຄິດ​ສ້າງ

(VOVWORLD) - ວັນທີ 9 ມິຖຸນາ, ກະຊວງການຕ່າງປະເທດ ແລະ ສະພາແຫ່ງຊາດ ຈີນ ໄດ້ພ້ອມກັນສະແດງທັດສະນະຄັດຄ້ານຕໍ່ເລື່ອງ ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການແກ້ງແຍ້ງ ແລະ ປະດິດຄິດສ້າງ, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ຢຸດຕິການຊຸກຍູ້ຮ່າງກົດໝາຍສະບັບດັ່ງກ່າວ.
ຈີນ ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຊຸກ​ຍູ້​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ແກ້ງ​ແຍ້ງ ແລະ ປະ​ດິດ​ຄິດ​ສ້າງ - ảnh 1ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຫວາງເວິ໊ນບິນ (ພາບ: ກະຊວງການຕ່າງປະເທດຈີນ)

  ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຫວາງເວິ໊ນບິນ ໄດ້ສະແດງທັດສະນະຄັດຄ້ານຢ່າງແຮງຕໍ່ເລື່ອງສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການແກ້ງແຍ້ງ ແລະ ປະດິດຄິດສ້າງ 2021, ໂດຍຖືວ່າ ຮ່າງກົດໝາຍສະບັບນີ້ ໄດ້ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີເສັ້ນທາງພັດທະນາ ແລະ ບັນດານະໂຍບາຍພາຍໃນ ແລະ ຕ່າງປະເທດຂອງ ຈີນ, ເວົ້າເກີນຄວາມຈິງກ່ຽວກັບ “ການນາບຂູ່ຂອງຈີນ” ແລະ ປຸກລະດົມສົ່ງເສີມການແກ້ງແຍ້ງຍຸດທະສາດກັບ ປັກກິ່ງ.

        ໃນວັນດຽວກັນ, ກຳມາທິການພົວພັນຕ່າງປະເທດ, ສະພາແຫ່ງຊາດ ຈີນ ກໍໄດ້ຖະແຫຼງຄັດຄ້ານຢ່າງແຮງຕໍ່ຮ່າງກົດໝາຍສະບັບດັ່ງກ່າວເຊັ່ນດຽວກັນ.

ບິກທ້ວນ, ນັກຂ່າວ VOV ປະຈຳ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ