ຈີນ ຖະແຫຼງຈະລົງໂທດອົງກອນຂອງ ອາເມລິກາ ກ່ຽວຂ້ອງເຖິງເຫດຍິງບາລູນ

(VOVWORLD) -ກະຊວງການຕ່າງປະເທດ ຈີນ ໄດ້ກ່າວຫາເລື່ອງບາລູນຂອງ ອາເມລິກາ ໄດ້ເຂົ້າເຂດນ່ານຟ້າຂອງ ຈີນ ຢ່າງຜິດກົດໝາຍ.
ຈີນ ຖະແຫຼງຈະລົງໂທດອົງກອນຂອງ ອາເມລິກາ ກ່ຽວຂ້ອງເຖິງເຫດຍິງບາລູນ - ảnh 1(ພາບປະກອບ: Reuters)

        ຕອນບ່າຍວັນທີ 15 ກຸມພາ, ກະຊວງການຕ່າງປະເທດ ຈີນ ໄດ້ກ່າວຫາເລື່ອງບາລູນຂອງ ອາເມລິກາ ໄດ້ເຂົ້າເຂດນ່ານຟ້າຂອງ ຈີນ ຢ່າງຜິດກົດໝາຍ. ທີ່ກອງປະຊຸມນັດສາມັນຢູ່ ປັກກິງ, ໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ ເນັ້ນໜັກວ່າ: ເລື່ອງບາລູນພົນລະເຮືອນບໍ່ມີຄົນຂັບຂອງ ຈີນ ຫຼົງປິວໄປເຂົ້າເຂດນ່ານຟ້າຂອງ ອາເມລິກາ ບໍ່ແມ່ນຄວາມຕັ້ງໃຈ, ຈີນ ໄດ້ອະທິບາຍກັບ ອາເມລິກາ ຫຼາຍຄັ້ງແລ້ວ. ແຕ່ ອາເມລິກາ ສະແດງປະຕິກິລິຍາເກີນໄປ, ເຮັດໃຫ້ສະພາບການປີນຂັ້ນໄດ ແລະ ຖືນັ້ນແມ່ນຂໍ້ອ້າງອີງລົງໂທດບັນດາບໍລິສັດ ແລະ ອົງການຈັດຕັ້ງຂອງ ຈີນ ຜິດກົດໝາຍ. ຈີນ ເດັດດ່ຽວຄັດຄ້ານສິ່ງດັ່ງກ່າວ ແລະ ຈະປະຕິບັດບັນດາມາດຕະການໂຕ້ຕອບບັນດາອົງກອນກ່ຽວຂ້ອງຂອງ ອາເມລິກາ ທີ່ໄດ້ທຳລາຍອະທິປະໄຕ ແລະ ຄວາມໝັ້ນຄົງຂອງ ຈີນ ຕາມກົດໝາຍ, ເດັດດ່ຽວປົກປັກຮັກສາອະທິປະໄຕແຫ່ງຊາດ ກໍຄືບັນດາສິດ ແລະ ຜົນປະໂຫຍດຢ່າງຊອບທຳຂອງຕົນ.

        ຄຳຖະແຫຼງດັ່ງກ່າວຖືກຍົກອອກມາໃນສະພາບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ປີນຂັ້ນໄດ, ພາຍຫຼັງທີ່ ວໍຊິງຕັນ ຍິງບາລູນຂອງ ຈີນ ປິວໄປຜ່ານນ່ານຟ້າຂອງ ອາເມລິກາ ຕົກຢູ່ເຂດນອກຝັ່ງທະເລ South Carolina ໃນວັນທີ 04 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ