ຈະຈັດ​ຕັ້ງງານ​ແຂ່ງ​ຂັນ​ແລ່ນ Marathon ສາ​ກົນ ຢູ່ ເຮົ້າ​ຢາງ​ໃນ​ທ້າຍ​ເດືອນ​ສິງ​ຫາ 2020

(VOVWORLD) -ຄາດວ່າງານແຂ່ງຂັນແລ່ນ Marathon ສາກົນຈະໄດ້ຈັດຂຶ້ນຢູ່ແຂວງເຮົ້າຢາງໃນທ້າຍເດືອນສິງຫາ 2020 ໂດຍມີການເຂົ້າຮ່ວມຂອງບັນດານັກກິລາທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຈະຈັດ​ຕັ້ງງານ​ແຂ່ງ​ຂັນ​ແລ່ນ Marathon ສາ​ກົນ ຢູ່ ເຮົ້າ​ຢາງ​ໃນ​ທ້າຍ​ເດືອນ​ສິງ​ຫາ 2020 - ảnh 1

ທ່ານເລຕຽນເຈົ້າ, ປະທານຄະນະກຳມະການປະຊາຊົນແຂວງເຮົ້າຢາງກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ມາຮອດປັດຈຸບັນ, ມີນັກກິລາກ່ວາ 1000 ຄົນໄດ້ຈົດທະບຽນເຂົ້າຮ່ວມໃນ 4 ໄລຍະທາງລວມມີ: 5 ກິໂລແມັດ, 10  ກິໂລແມັດ, 21 ກິໂລແມັດ, 42 ກິໂລແມັດ. ຄະນະຈັດຕັ້ງງານແຂ່ງຂັນໄດ້ສືບຕໍ່ຮັບນັກກິລາຈົດທະບຽນເຂົ້າຮ່ວມການແຂ່ງຂັນໃນໄລຍະຈະມາເຖິງ.

        ປີ 2020 ດ້ວຍຄວາມຫວັງ ຂອບຂະໜາດ ແລະລະດັບ ຈະໄດ້ຮັບການຍົກສູງຂຶ້ນ, ງານແຂ່ງຂັນຈະກາຍເປັນວັນບຸນກິລາດ້ວຍເປົ້າໝາຍໂຄສະນາການທ່ອງທ່ຽວ, ຊຸກຍູ້ການລົງທຶນ, ການຄ້າຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ