ຈະ​​ຖອດ​ລະ​ຫັດ​ໂຄງ​ສ້າງ​ ແຢນ ຂອງ ຜູ້​ຕິດ​ເຊື້ອ​ໂຄວິດ​ - 19 ​ຈຳ​ນວນ 20 ຄົນ

(VOVWORLD) -   ໂຄງການຄົ້ນຄວ້ານີ້ໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງໝາກຜົນທີ່ແທດຈິງຫຼາຍຢ່າງ ໃນການຕໍ່ສູ້ໂລກລະບາດໂຄວິດ - 19 ແລະ ການຮັກສາສຸຂະພາບຂອງປະຊາຊົນ.
ຈະ​​ຖອດ​ລະ​ຫັດ​ໂຄງ​ສ້າງ​ ແຢນ ຂອງ ຜູ້​ຕິດ​ເຊື້ອ​ໂຄວິດ​ - 19 ​ຈຳ​ນວນ 20 ຄົນ - ảnh 1 ການນຳພະແນກສາທາລະນະສຸກ ໂຮ່ຈີມິນ ແລະ ສະຖາບັນສືບພັນແພດສາດ ໄດ້ປຶກສາຫາລືກ່ຽວກັບການຖອດລະຫັດໂຄງສ້າງ ແຢນ ຂອງ ຜູ້ຕິດເຊື້ອໂຄວິດ - 19 ໃນຕອນບ່າຍວັນທີ 24 ຕຸລາ

 ສະຖາບັນສືບພັນແພດສາດ ຈະສົມທົບກັບ ສູນຄວບຄຸມພະຍາດ (HCDC) ນະຄອນໂຮ່ຈີມິນ ແລະ ມະຫາວິທະຍາໄລແພດສາດ ແລະ ຢຸກຢາ ນະຄອນໂຮ່ຈີມິນ ດຳເນີນການຄົ້ນຄວ້າຖອດລະຫັດໂຄງສ້າງ ແຢນ ຂອງຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 20 ຄົນ, ພິເສດແມ່ນບັນດາກໍລະນີເຈັບໜັກ, ເພື່ອແນໃສ່ເປົ້າໝາຍ ຊອກຫາເບິ່ງວ່າ ບັນດາລັກສະນະກຳມະພັນຂອງສ່ວນບຸກຄົນ ໄດ້ມີຜົນກະທົບແນວໃດຕໍ່ຄວາມອ່ອນໄຫວຂອງຜູ້ຕິດເຊື້ອໂຄວິດ - 19 ຢູ່ ຫວຽດນາມ. ຈາກນັ້ນ, ແບ່ງອອກເປັນກຸ່ມຜູ້ຕິດເຊື້ອງ່າຍ ເພື່ອມີວິທີການປິ່ນປົວທີ່ເໝາະສົມ. ຄາດວ່າ, ການຄົ້ນຄວ້າຈະດຳເນີນເປັນເວລາ 3 ເດືອນ.

        ໂຄງການຄົ້ນຄວ້ານີ້ໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງໝາກຜົນທີ່ແທດຈິງຫຼາຍຢ່າງ ໃນການຕໍ່ສູ້ໂລກລະບາດໂຄວິດ - 19 ແລະ ການຮັກສາສຸຂະພາບຂອງປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ