ຈະ​ເພີ່ມ​ເຕີມ​ທະ​ຫານ​ເພື່ອ​ຄວບ​ຄຸມ​ເຂດ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ຊ່ວຍ​ປະ​ຊາ​ຊົນ​ໄປ​ຕະຫຼາດ ແລະ ສຳ​ຜັດ​ການ​ແພດ

(VOVWORLD) -ດ້ວຍຈິດໃຈຕ້ອງເບິ່ງແຍງດູແລໃຫ້ແກ່ປະຊາຊົນໃຫ້ໄດ້, ທ່ານຫົວໜ້າຄະນະຊີ້ນຳແຫ່ງຊາດ, ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃສ່ໃຈກຳລັງປະກອບອາວຸດ ທີ່ໄດ້ເພີ່ມຂຶ້ນ ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນວ່າ ຕ້ອງຮ່ວມແຮງຮ່ວມໃຈສູ້ຮົບ ເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ.
ຈະ​ເພີ່ມ​ເຕີມ​ທະ​ຫານ​ເພື່ອ​ຄວບ​ຄຸມ​ເຂດ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ຊ່ວຍ​ປະ​ຊາ​ຊົນ​ໄປ​ຕະຫຼາດ ແລະ ສຳ​ຜັດ​ການ​ແພດ - ảnh 1ພາບປະກອບ:  tuoitre.vn

ທີ່ການປະຊຸມທາງໄກ ກັບຄະນະຊີ້ນຳ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ທີ່ໄດ້ດຳເນີນຕອນບ່າຍວັນທີ 20 ສິງຫາ, ໜ່ວຍປະຕິບັດງານພິເສດຂອງທ່ານນາຍົກລັດຖະມົນຕີ ໄດ້ປຶກສາຫາລືກ່ຽວກັບວິທີການຈັດຕັ້ງເພີ່ມເຕີມກຳລັງຄວບຄຸມປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ຮັບປະກັນການໜູນຊ່ວຍສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການສຳຜັດກັບການແພດ.

ດ້ວຍຈິດໃຈຕ້ອງເບິ່ງແຍງດູແລໃຫ້ແກ່ປະຊາຊົນໃຫ້ໄດ້, ທ່ານຫົວໜ້າຄະນະຊີ້ນຳແຫ່ງຊາດ, ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃສ່ໃຈກຳລັງປະກອບອາວຸດ ທີ່ໄດ້ເພີ່ມຂຶ້ນ ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນວ່າ ຕ້ອງຮ່ວມແຮງຮ່ວມໃຈສູ້ຮົບ ເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ.

ພວກເຮົາຕ້ອງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ໃຫ້ເປັນຢ່າງດີ. ທຸກໆກຳລັງທີ່ໄດ້ເພີ່ມເຕີມ ຕ້ອງມີຄວາມເຫັນດີເປັນເອກະພາບລະຫວ່າງ ນະຄອນ ແລະ ການນຳ ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງສາທາລະນະສຸກຢູ່ທີ່ນີ້, ຕ້ອງກຳນົດຢ່າງລະອຽດ. ຖ້າຫາກວ່າບໍ່ຄວບຄຸມໄດ້ເປັນຢ່າງດີ ຈະເຮັດໃຫ້ໂລກລະບາດແຜ່ລະບາດໃນວົງກ້ວາງ, ຕ້ອງເພີ່ມທະວີການວິໄຈຫາເຊື້ອໃຫ້ແກ່ກຳລັງນີ້, ມາຫ້ອງການຕ້ອງມອບໃຫ້ຫ້ອງການຮັບຜິດຊອບການວິໄຈຫາເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ