ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃນ​ທົ່ວ​ໂລກ ​ໄດ້​ຂຶ້ນ​ເຖິງຫຼາຍກວ່າ 60 ລ້ານ​ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 26 ພະຈິກ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 60.701.009 ຄົນ.
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃນ​ທົ່ວ​ໂລກ ​ໄດ້​ຂຶ້ນ​ເຖິງຫຼາຍກວ່າ 60 ລ້ານ​ຄົນ - ảnh 1ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ບຣາຊີນ ໄດ້ຂຶ້ນເຖິງຫຼາຍກວ່າ 6  ລ້ານຄົນ(ພາບ: AP)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 26 ພະຈິກ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 60.701.009 ຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 1.425.800 ຄົນ.  ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 42.017.702 ຄົນ.

        ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ, ດ້ວຍຈຳນວນຜູ້ຕິດເຊື້ອ 13.136.200 ຄົນ ແລະ ກວ່າ 268.200 ຄົນ ເສຍຊີວິດ, ເຊິ່ງກວມເອົາກວ່າ 18% ຈຳນວນຜູ້ເສຍຊີວິດໃນທົ່ວໂລກ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ