ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະສ.ເກົາຫຼີ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະສ.ເກົາຫຼີ - ảnh 1
ທ່ານພົນ​ໂທ ​ໂຕ​ເລີ​ມຕ້ອນຮັບທ່ານ Lee Hyuk
ເອກອັກຄະລັກຖະທູດ ສ.ເກົາຫຼີ ປະຈຳ ​ຫວຽດນາມ


ຕອນ​ບ່າຍວັນທີ 4-7, ຢູ່​ຮ່າ​ໂນ້ຍ, ທ່ານພົນ​ໂທ ​ໂຕ​ເລີ​ມ, ລັດຖະມົນຕີ​​ກະຊວງຕຳຫຼວດ ຫວຽດນາມ ​ໄດ້​ຕ້ອນຮັບທ່ານ Lee Hyuk ເອກອັກຄະລັກຖະທູດວິສາມັນຜູ້ມີອຳນາດເຕັມຄົນ​ໃໝ່​ແຫ່ງ ສ.ເກົາຫຼີ ປະຈຳ ​ຫວຽດນາມ. ​ທີ່​ການ​ຕ້ອນ​ຮັບ, ທ່ານ ໂຕ​ເລີມ ລັດຖະມົນຕີ​​ກະຊວງຕຳຫຼວດ ​ ​ເຊື່ອໜັ້ນ​ວ່າ​: ໃນຖານະ​ຕຳ​ແໜ່ງ​ໃໝ່ທ່ານ ເອກອັກຄະລັກຖະທູດ Lee Hyuk ຈະມີບັນດາການປະກອບສ່ວນ ຢ່າງຕັ້ງໜ້າ ​ເຂົ້າ​ໃນ​ເລື່ອງຊຸກຍູ້ການ​ພົວພັນ​ຮ່ວມ​ມື ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ, ພ້ອມ​ທັງ ຢືນຢັນວ່າ: ກະຊວງຕຳຫຼວດ ຫວຽດນາມ ພ້ອມ​ແລ້ວທີ່ຈະຮ່ວມ​ມື ​ແລະ ສ້າງ​ເງື່ອນ​​ໄຂຄວາມ​ສະດວກ ​ເພື່ອ​ໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ ສຳ​ເລັດການ​ປະຕິບັດໜ້າທີ​່ການ​ທູດ​ຂອງ​ຕົນຢູ່ ຫວຽດນາມ.  ທ່ານ ລັດຖະມົນຕີ​​ ​ໂຕ​ເລີມ ຢືນຢັນ​ວ່າ ຫວຽດນາມ ຍາມ​​​ໃດ​ກໍ່ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາຢາກ ສືບຕໍ່ເພີ່ມ​ທະວິການ​ພົວພັນ​ຮ່ວມ​ມືກັບ ​ ສ.ເກົາຫຼີ, ກໍ່ຄື​ການ​ພົວພັນລະຫວ່າງກະຊວງ​ຕຳຫຼວດຫວຽດນາ​ມ ແລະ ບັນດາ

ອົງການທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ​ເພື່ອ​​ໃຫ້​ນັບ​ມື້ນັບພັດທະນາຢ່າງ​ຈົບງາມກວ່າ, ​ເພື່ອຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ​ສອງ​ປະ​ເທດ. ​ເນັ້ນ​ໜັກ​ວ່າການ​ພົວພັນ ລະຫວ່າງ ຫວຽດນາມ ​- ສ.​ເກົາຫຼີ ​ແມ່ນ ການ​ພົວພັນຄູ່​ຮ່ວມ​ມື ​ແລະ​ ບໍ່ສາມາດ​ຕັດ​ແຍກອອກ​ຈາກ​ກັນ​ໄດ້, ທ່ານ​ເອກ​ອັກຄະ​ລັດຖະທູດ Lee Hyuk ຢືນຢັນວ່າ ​ໃນຖານະ​ຕຳ​ແໜ່ງ​ໃໝ່, ທ່ານ ຈະພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອຄູນສ້າງ ​ແລະ ຊຸກຍູ້​ການ​ພົວພັນ ລະຫວ່າງ​ສອງ​ປະ​ເທດ ​ໃຫ້ຂື້ນ​ສູ່​ລະດັບ​ສູງ​ໃໝ່

ຂ່າວ/ບົດ​ອື່ນ