ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ອົດສຕາລີ

ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ອົດສຕາລີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ພົບ​ປະກັບ
​ທ່ານ​ຮອງ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Wayne Swan

( ພາບ: .chinhphu.vn )

( vovworld ) –   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມອົດສຕາ​ລີ ຢ່າງ​ເປັນ​ທາງ​ການ, ວັນ​ທີ 11/4, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ຄັງ​ເງິນ​ປະ​ເທດ​ເຈົ້າພາບ Wayne Swan. ສອງ​ຝ່າຍ​ໄດ້ຢືນຢັນ​ຄວາມ​ຕັດສິນ​ໃຈ​ປະຕິບັດສຳ​ເລັດ​ໂຄງການ​ດຳ​ເນີນ​ງານຫວຽດນາມ - ອົດສຕາ​ລີ ​ໄລຍະ 2010 – 2013 ​ໃຫ​້ຖືກ​ຕາ​ມກຳນົດ​ເວລາ​ ​ແລະ ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ( 1973 – 2013 ). ອົດສຕາ​ລີ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຕັ້ງໜ້າ​ພິຈາລະນາ​ຂໍ້​ສະ​ເໜີ​ຂອງຫວຽດນາມ​ກ່ຽວກັບ​ການ​ເປີດ​ສາຍ​ການບິນ​ໂດຍ​ກົງຮ່າ​ໂນ້ຍ - Sydney ​ໂດຍ​ໄວ, ສອງ​ຝ່າຍ​ຢັ້ງຢືນຈະ​ສືບ​ຕໍ່ຮ່ວມ​ມື ​ແລະ ​ສົມທົບກັນຢ່າງ​ແໜ້ນ​​ແຟ້ນ​ຢູ່​ບັນດາ​​ເວທີ​ປາ​ໄສ​ຮ່ວມ​ມື​ຫຼາຍ​ຝ່າຍ ກໍ​ຄື​ການ​ສະ​ໜັບ​ສະ​ໜູນ​ເຊິ່ງກັນ​ ແລະ ​ກັນ​ອອກ​ສະໝັກຮັບ​ເລືອກ​ຕັ້ງເຂົ້າ​ໃນ​ບັນ​ດາ​ອົງການ​ໃນ​ພາ​ກພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ອົງການ​ຂອງສະຫະ​ປະຊາ​ຊາດ. ຜູ້​ຕ່າງ​ໜ້າ​ລັດຖະບານ​ຫວຽດນາມ ​ແລະ ອົດສຕາ​ລີ ກໍ່​ຢືນຢັນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັບປ​ະກັນ​ສັນຕິພາບ, ສະຖຽນ​ລະພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ກັນ​ນັ້ນ​ກໍ​ຖື​ວ່າ ບັນ​ດາ​ການ​ແກ່ງ​ແຍ້​ງລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິວິທີ​ໂດຍ​ໄວ, ບົນ​ພື້ນຖານ​ເຄົາ​ລົບ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ