ຊຸກຍູ້ການຮ່ວມມືຄົ້ນຄວ້າວິທະຍາສາດຫວຽດນາມແລະອິນໂດເນເຊຍ

ຊຸກຍູ້ການຮ່ວມມືຄົ້ນຄວ້າວິທະຍາສາດຫວຽດນາມແລະອິນໂດເນເຊຍ - ảnh 1
(ຊຸກຍູ້ການຮ່ວມມືຄົ້ນຄວ້າວິທະຍາສາດຫວຽດນາມແລະອິນໂດເນເຊຍ)

(vovworld) –​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຫວຽດ​ນ​າມ ປະ​ຈຳ​ອິນ​ໂດ​ເນ​ເຊຍ ຮ່​ວາງ​ແອງ​ຕ໋ວນ ຫາ​ກໍ​ມີ​ການ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ກັບ​ທ່ານ​ປະ​ທານ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ອິນ​ໂດ​ເນ​ເຊຍ, ສາດ​ສະ​ດາ​ຈານ, ດ.ຣ Iskander Zulkarnain. ທີ່​ການ​ຕ້ອ​ນ​ຮັບ, ທ່ານສາດ​ສະ​ດາ​ຈານ, ດ.ຣ Iskander Zulkarnain ປາດ​ຖະ​ໜາ​ວ່າ ຢາກ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຮາກ​ຖານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຫວຽດ​ນາມ, ຈັດ​ຕັ້​ງ​ບັນ​ດາ​ການ​ແລກ​ປ່ຽນ​ຄວາມ​ຮູ້​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ ແລະ ສັງ​ຄົມ​ ລະ​ຫວ່າງ​ບັນ​ດາ​ນັກ​ຄົ້ນ​ຄວ້າ 2 ປະ​ເທດ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູ​ດ ຮ່​ວາງ​ແອງ​ຕ໋ວນ ຖື​ວ່າ, ຄວາມ​ສາ​ມາດ​ບ​ົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ນັກ​ຄົ້ນ​ຄວ້າ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢູ່, ໃຫ​້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ເຮັດ​ຈົດ​ສຸດ​ຄວ​າມ​ສາ​ດ​ຂອງ​ຕົນ​ເພື່ອ​ເຊື່ອມ​ຕໍ່ ແລະ ຊຸກ​ຍູ້ການ​ຮ່ວມ​ມື​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອິນ​ໂດ​ເນ​ເຊຍ ກັບ ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ ແລະ ສັງ​ຄົມ ແລະ ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ