ຊຸກຍູ້ການຮ່ວມມືຫວຽດນາມ-ອີຢູ ກ່ຽວກັບການຮັກສາສັນຕິພາບ ແລະ ການປ້ອງກັນຮ່ວມ

(VOVWORLD) -ການພົວພັນແລກປ່ຽນຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບບັນດານະໂຍບາຍຮັກສາສັນຕິພາບ ແລະ ຄຸ້ມຄອງວິກິດການ
ຊຸກຍູ້ການຮ່ວມມືຫວຽດນາມ-ອີຢູ ກ່ຽວກັບການຮັກສາສັນຕິພາບ ແລະ ການປ້ອງກັນຮ່ວມ - ảnh 1ທີ່ການພົວພັນແລກປ່ຽນ
(ພາບ:mod.gov.vn)

ຕອນບ່າຍວັນທີ 28 ກັນຍາ, ກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ເປັນປະທານ, ສົມທົບກັບຄະນະຜູ້ແທນສະຫະພາບເອີລົບ (ອີຢູ) ດຳເນີນການພົບປະແລກປ່ຽນບົດຮຽນກ່ຽວກັບການຮັກສາສັນຕິພາບ, ນະໂຍບາຍຄວາມໝັ້ນຄົງ ແລະ ການປ້ອງກັນຮ່ວມຕາມຮູບແບບພົບປະໂດຍກົງສົມທົບກັບທາງໄກ.

        ການພົວພັນແລກປ່ຽນຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບບັນດານະໂຍບາຍຮັກສາສັນຕິພາບ ແລະ ຄຸ້ມຄອງວິກິດການ; ຍົກສູງກຳລັງຄວາມສາມາດ, ບົດຮຽນໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ຄວາມເຂົ້າໃຈກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການປ້ອງກັນຮ່ວມຂອງ ອີຢູ, ກໍ່ຄືສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບ ອີຢູ; ຍົກສູງລະດັບຄວາມຮູ້ໃຫ້ແກ່ພາລະກອນຂອງຫວຽດນາມ ທີ່ກະກຽມເຂົ້າຮ່ວມຄະນະປະຕິບັດງານຝຶກແອບຂອງ ອີຢູ ປະຈຳ ສ.ອາຟະລິກາກາງ.

        ກໍ່ທີ່ການພົບປະແລກປ່ຽນ, ທ່ານພົນຈັດຕະວາ, ຮອງສາດສະດາຈານ, ປະລິນຍາເອກ ຫວູເກືອງກວຽດ, ຫົວໜ້າວິທະຍາຄານຍຸດທະສາດປ້ອງກັນຊາດ, ໃຫ້ຮູ້ວ່າ ຫວຽດນາມ ເຫັນໄດ້ເຖິງການໜູນຊ່ວຍຢ່າງມີປະສິດທິຜົນຂອງນະໂຍບາຍຄວາມໝັ້ນຄົງ ແລະ ການປ້ອງກັນຮ່ວມຂອງ ອີຢູ ແລະ ພວມຄ່ອຍຄົ້ນຄວ້າ, ຊອກຮູ້, ກໍຄືຈະຈັດສົ່ງພາລະກອນເຂົ້າຮ່ວມການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ ໂດຍກົງໃນໄລຍະຈະມາເຖິງ, ເບື້ອງຕົ້ນແມ່ນຢູ່ຄະນະປະຕິບັດງານຝຶກແອບຂອງ ອີຢູ ປະຈຳ ສ.ອາຟະລິກາກາງ.

ຕອບກັບ

ຂ່າວ/ບົດ​ອື່ນ