ຊຸກຍູ້ການເຄື່ອນໄຫວເພື່ອການກຸສົນຂອງບັນດາວິສາຫະກິດຫວຽດນາມ

ຊຸກຍູ້ການເຄື່ອນໄຫວເພື່ອການກຸສົນຂອງບັນດາວິສາຫະກິດຫວຽດນາມ  - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 09/08, ກອງ​ທຶນ​ພັດທະນາ​ອາຊີ​ປະຈຳ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະ​ໂມ​ສອນ​ວິ​ສາ​ຫະກິດ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ສູນ​ສຶກສາ - ພັດທະນາ ​ໄດ້​ຈັດ​ເວທີ​ປ​າ​ໄສ​ຊຸກຍູ້​ໜູນ​ຊ່ວຍການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸ​ສົນຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ​ເວທີ​ປາ​ໄສ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຮົ້ວ​ກີດ​ຂວາງ ​ແລະ ຄວາມ​ຫຍຸ້ງຍາກ​ກໍ່​ຄື​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ. ທ່ານ ຫງວຽນ​ກວາງ​ດົງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ ກຸ່ມ​ບໍລິສັດ​ລົງທຶນ​ເຕັກ​ໂນ​ໂລ​ຊີ AG, ​ເຊິ່ງ​ເປັນຫົວໜ່ວຍ​ເຄື່ອນ​ໄຫວ​ເພື່ອ​ການ​ກູ້​ສົນ​ໃນ​ຫຼາຍປີ​ມາ​ນີ້ ​ໄດ້​ແບ່ງປັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ມີ​ທັງ​ຍຸດ​ທະ​ສາດ​ການ​ກຸສົນ, ຜ່ານ​ຫຼາຍ​ຮູບ​ແບບ​ຄື: ​ກຸສົນດ້ວຍ​ເງິນ, ຊັບ​ສົມບັດ, ອຸດ​ໜູນ​ຜະລິດ​ຕະພັນ​ການ​ບໍລິຫານ​ເຊິ່ງບໍລິສັດ​ຜະລິດ​ໄດ້… ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​ໂດຍ​ກົງ​ສາມາດ​ກຸ​ຊີວິດ​ຂອງ​ຄົນ​ເຈັບ. ສ່ວນ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​ໂດຍ​ທາງ​ອ້ອມ​ຄື ມອບ​ສົ່ງ​ຄວາມ​ຮູ້​​ເພື່ອ​ສາມາດ​ຊ່ວຍ​ນັກ​ສຶກສາ, ວິ​ສາ​ຫະກິດ​ຍົກ​ສູງ​ປະສິດທິ​ຜົນ… ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ ກ່ຽມພ້ອມ​ການ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ, ບັນດາ​ວິ​ສາ​ຫະກິດ​ນັ້ນ​ຄວນ​ເຊື່ອມ​ຕໍ່​ນຳ​ກັນ​”.

ຂ່າວ/ບົດ​ອື່ນ