ຊຸກຍູ້ການເຄື່ອນໄຫວ ລົງທຶນ,ການຄ້າລະຫວ່າງຫວຽດນາມ-ສເກົາຫຼີ

ຊຸກຍູ້ການເຄື່ອນໄຫວ ລົງທຶນ,ການຄ້າລະຫວ່າງຫວຽດນາມ-ສເກົາຫຼີ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ແລະ ​ປະທານ​ອົງການ​ພັດທະນາ ສ​ເກົາຫຼີ ກິມຢອງ​ມົກ

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ​ເກົາຫຼີ, ຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ນະຄອນຫຼວງ​ເຊີ​ອູ​ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ອົງການ​ພັດທະນາ ສ​ເກົາຫຼີ (KOICA) ກິມຢອງ​ມົກ ​ແລະ ​ພົບ​ປະເຈລະຈາ​ກັບປະທານ​ສະພາ​ແຫ່ງ​ຊາດ ສ​ເກົາຫຼີ ຈູງ​ອູ​ຍອວາ. ທີ່​ການ​ພົບ​ປະ​ເຈລະຈາກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ເກົາຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ສະ​ເໜີ ສ​ເກົາຫຼີ​ເພີ່ມ​ທຶນໜູນ​ຊ່ວຍ​​ໃຫ້​ຫວຽດນາມ ຕື່ມ​ອີກ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ. ຄຽງ​ຂ້າງ​ນັ້ນ, ລັດຖະບານ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ລົງ​ນາມ​ໃນ​ສັນຍາ​ໜູນຊ່ວຍ​​ດ້ານນິຕິ​ກຳ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດນຳ​ກັນ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຈູງ​ອູ​ຍອວາ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ສ​ເກົາຫຼີ​ ຈະ​ອະນຸມັດ​ຜ່ານ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ ສ​ເກົາຫຼີ ​ເພື່ອ​ປັບປຸງ​ດ້ານ​ນິຕິ​ກຳ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ລົງທຶນ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ໃຫ້ການ​ຕ້ອນຮັບ​ປະທານ​ອົງການ​ພັດທະນາ ສ​ເກົາຫຼີ (KOICA) ກິມຢອງ​ມົກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ​ ເນັນ​ໜັກ​ວ່າ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ນຳ​ໃຊ້​ແຫຼ່ງທຶນ ODA ຈາກ KOICA ຢ່າງ​ມີ​ປະສິດທິ​ຜົນ. ສ່ວນທ່າ​ນປະທານ KOICA ກໍ່​ໃຫ້​ຮູ້​ວ່າ, ຄຽງ​ຂ້າງ​ຜົນ​ແຫ່ງ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ຫວຽດນາມ, KOICA ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ໂຄງການກຳຈັດ​ຂີ້​ເຫຍື່ອ​ໃຫ້​ເໝາະ​ສົມ​ກັບ​ການ​ເຕີບ​ໂຕ​ຂຽວ.

ຂ່າວ/ບົດ​ອື່ນ