ຊຸກຍູ້ການໂຄສະນາທ່ອງທ່ຽວຫວຽດນາມຢູ່ອິນເດຍ

ຊຸກຍູ້ການໂຄສະນາທ່ອງທ່ຽວຫວຽດນາມຢູ່ອິນເດຍ - ảnh 1
ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍຈັດ​ຕັ້ງ
ລາຍ​ການ​ໂຄສະນາ​ການທ່ອງທ່ຽວ ຫວຽດນາມ
(ພາບ: HuyBinh/VietNam+)

(vovworld) – ວັນ​ທີ 20/04 ຢູ່​ນະຄອນຫລວງ New Delhi ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍ ​ແລະ ບໍລິສັດ OM Tourism ຂອງ ອິນ​ເດຍ ສົມທົບ​ກັນ​ຈັດ​ຕັ້ງລາຍ​ການ​ໂຄສະນາ​ການທ່ອງທ່ຽວ ຫວຽດນາມ. ລາຍການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ສະຫະ​ສະມາຄົມ​ການທ່ອງທ່ຽວ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ແລະ ສື່​ມວນ​ຊົນ​ ອິນ​ເດຍ ຈຳນວນ​ຫລວງຫລາ​ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ ຕົນ​ຊີງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ​ເນັ້ນ​ໜັກ​ວ່າ: ​ເຫດການ​ສົ່ງ​ເສີມ​ໂຄສະນາ​ການທ່ອງທ່ຽວ​ຄັ້ງ​ນີ້ ຈະ​ແມ່ນ​ກາລະ​ໂອກາດທີ່​ດີ ​ເພື່ອ​ໃຫ້​ບັນດາ​ແຂກ​ທ່ອງ​ທ່ຽວ ອິນ​ເດຍ ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ ຫວຽດນາມ, ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດຶມ ດ້ວຍ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ປະມານ 8 ລ້ານ​ເທື່ອ​ຄົນ​ຕໍ່​ປີ. ທ່ານ​ເອກ​ອັກຄະ​ລັດຖະທູດ ຕົນ​ຊີງ​ແທ່ງ ຖື​ວ່າ: ​ເມື່ອ​ມາ​ທ່ອງ​ທ່ຽວ ຫວຽດນາມ ​ແຂກ​ທ່ອງ​ທ່ຽວ ອິນ​ເດຍ ສາມາດ​ຊອກ​​ເຫັນ​ບັນດາປູຊະນີຍະ​ຖານ​ປະຫວັດສາດ ​ແລະ ບັນດາ​ວິຫານ Hindu ທີ່​ໄດ້​ຮັບ​ການ​ບູລະນະ​​ເປັນ​ຢ່າງ​ດີຢູ່​ນະຄອນ ​ໂຮ່ຈີ​ມິນ ​ຫຼື ຢູ່​ດິນ​ແຫ່ງ​ສັກສິດ ໝີ​ເຊີນ. ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວັງ​ວ່າ: ​ໂດຍ​ຜ່ານ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ ອິນ​ເດຍ ຈະ​ໜູນ​ໃຊ້​ກາລະ​ໂອກາດ​ນີ້ ​ເພື່ອ​​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ກັບ​ບັນດາ​ຄູ່​ຮ່ວມ​ມື​ ຫວຽດນາມ.

 

ຂ່າວ/ບົດ​ອື່ນ