ຊຸກຍູ້ຂະບວນການນັກທຸລະກິດໜຸ່ມພັດທະນາຢ່າງແຮງ

ຊຸກຍູ້ຂະບວນການນັກທຸລະກິດໜຸ່ມພັດທະນາຢ່າງແຮງ - ảnh 1
(ພາບປະກອບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 26/5, ຢູ່ ​ເກີນ​ເທີ, ສູນ​ກາງ​ສະມາຄົມ​ນັກທຸລະກິດ​ໜຸ່ມ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “ມາດ​ຕະການ​ສ້າງ​ແຫຼ່ງທຶນ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ສ້າງ​ການຈັດ​ຕັ້ງ​ສະມາຄົມ​, ພັດທະນາຂະ​ບວນການ​ນັກທຸລະກິດ​ໜຸ່ມ​ເຂດ​ພາກ​ໃຕ້”. ການ​ໂອ້​ລົມ​ສົນທະນາ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ຂອງ​ພື້ນຖານ​ເສດຖະກິດ​ ຫວຽດນາມ ​ໂດຍ​ພື້ນຖານ; ບັນດາ​ມາດ​ຕະການ​ສ້າງ​ແຫຼ່ງທຶນ ​ແລະ ສະ​ເໜີ​ກົນ​ໄກ, ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ສະມາຊິກ​ໃນ​ສະມາຄົມ. ພ້ອມກັນ​ນັ້ນ, ບັນດາ​ຜູ້​ແທນ​ກໍ​ແລກປ່ຽນ​ບົດຮຽນ, ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ນະ​ໂຍບາຍ, ​ເສດຖະກິດ-​ສັງຄົມ ​ເພື່ອ​ວາງ​ອອກ​ທິດ​ທາງ​ການ​ເຄື່ີອນ​ໄຫວຊຸກຍູ້ຂະ​ບວນການ​ນັກທຸລະກິດ​ໜຸ່ມ​ພັດ​ທະ​ນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ດັ້ງ​ຊວນ​ຮຸຍ, ປະທານ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ແຂວງ ດົ່ງ​ທ໋າບ ​ໃຫ້​ຮູ້​ວ່າ:

        ບັນດາສະ​ມາ​ຄົມ​ນັກທຸລະກິດ​ໜຸ່ມ​ເຂດທາງ​ທິດຕາ​ເວັນ​ຕົກ​ທາງ​ພາກ​ໃຕ້ ຫວຽດນາມ ໄດ້​ມີ​ໂຄງການ​ກະທຳ​ສ້າງ​ຕັ້ງ​ບັນດາ​ກຸ່ມ​ເພື່ອ​ຮ່ວມ​ສຳພັນດ້ວຍ​ກັນ, ສ້າງ​ບັນດາ​ກາລະ​ໂອ​ກາດຮ່ວມ​ມື​ດ້ວຍ​ກັນ, ສົ່ງ​ເສີມ​ການ​ຄ້າ ກໍ​ຄື​ສະ​ເໜີ​ແນະ​ບັນດາ​ນະ​ໂຍບາຍ​ພິ​ເສດ ​ເພື່ອ​ພັດທະນາ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ