ຊຸກຍູ້ປະຊາຄົມ ອາຊຽນ ພັດທະນາວັດທະນາຖາວອນ, ໝັ້ນຄົງ

(VOVWORLD) -ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ບາງກອກ, ປະເທດ ໄທ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 02 – 04 ພະຈິກ 2019 

ແມ່ນເພື່ອແນໃສ່ປະກອບສ່ວນຮັດແໜ້ນ ແລະ ປັບປຸງຈິດໃຈສາມັກຄີ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ເປີດກ້ວາງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງ ອາຊຽນ ເລິກເຊິ່ງກ່ວາ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ທົ່ວພາກພື້ນ; ຍົກສູງພາບພົດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບໃນບັນດາເນື້ອໃນການຮ່ວມມືພາກພື້ນ, ຈາກນັ້ນ ປົກປ້ອງຜົນປະໂຫຍດຂອງ ຫວຽດນາມ ຢ່າງມີປະສິດທິຜົນ.

        ນັບແຕ່ເມື່ອເຂົ້າຮ່ວມ ອາຊຽນ ຢ່າງເປັນທາງການໃນວັນທີ 28 ກໍລະກົດ 1995, ຫວຽດນາມ ໄດ້ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ອາຊຽນ. ຫວຽດນາມ ຕັ້ງໜ້າປະກອບສ່ວນຊຸກຍູ້ວິວັດການເປີດກ້ວາງ ແລະ ສ້າງແນວຄວາມຄິດ ອາຊຽນ ລວມມີ 10 ປະເທດຢູ່ອາຊີຕາເວັນອອກໃຫ້ສຳເລັດ. ຫວຽດນາມ ສົມທົບກັບບັນດາປະເທດສະມາຊິກສ້າງບັນດາການກຳນົດທິດ, ລັດຖະນະໂຍບາຍສຳຄັນຂອງ ອາຊຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຍາມໃດກໍ່ຍົກສູງຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ, ກໍ່ສ້າງ ແລະ ເສີມຂະຫຍາຍຄຸນຄ່າບັນດາເຄື່ອງມື ແລະ ກົນໄກຮັບປະກັນຄວາມໝັ້ນຄົງພາກພື້ນ, ຊຸກຍູ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ແບ່ງປັນບັນທັດຖານການປະພຶດໃນພາກພື້ນ, ປັບປຸງບົດບາດໃຈກາງຂອງ ອາຊຽນ ໂດຍຜ່ານບັນດາກົນໄກ, ເວທີປາໄສໂດຍ ອາຊຽນ ເປັນເຈົ້າພາບຈັດຕັ້ງ, ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ, ຮັບມືກັບບັນດາບັນຫາທີ່ມີການກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງພາກພື້ນ, ໃນນັ້ນມີທະເລຕາເວັນອອກ.

 

ຕອບກັບ

ຂ່າວ/ບົດ​ອື່ນ