ຊີຣີກ່າວຟ້ອງອິດສຣາແອນ ມີກົນອຸບາຍ ກໍ່ຄວາມຂາດສະຖຽນລະພາບ

ຊີຣີກ່າວຟ້ອງອິດສຣາແອນ ມີກົນອຸບາຍ ກໍ່ຄວາມຂາດສະຖຽນລະພາບ - ảnh 1
(ທ່ານ​ປະທານ​ນາ​ທິບໍດີ ຊີຣີ Bashar Al Assad)
(vovworld) -     ວັນ​ທີ 03/02, ກ່າວ​ຄຳ​ເຫັນ​ທີ່​ກາ​ນພົບ​ປະ​ກັບການ​ນຳ​ສະພາ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ສຸງສຸດ​ອີຣານ ທີ່​ພວມ​ຢູ່ຢ້ຽມຢາມ ດາມາ​ກຸດ, ທ່ານ​ປະທານ​ນາ​ທິບໍດີ ຊີຣີ Bashar Al Assad ​ໄດ້​ກ່າວ​ປະນາມ ອິດສຣາ​​ແອນ ທີ່ມີ​ກົນອຸບາຍ​ກໍ່​ຄວາມຂາດ​​ສະຖຽນ​ລະ​ພາບຢູ່​ຊີຣີ ດ້ວຍ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃສ່​ຮາກ​ຖານ​ການ​ທະຫານ​ຊີຣີ ​​ເມື່ອ​ວັນ​ທີ 30/01 ຜ່ານ​ມາ. ທ່ານ​ປະທານ​ນາ​ທິບໍດີ ຊີຣີ ຢືນຢັນ​ວ່າ ຊີຣີ ​ມີ​ຄວາມ​ສາມາດ​ດ້ານ​ກຳລັງ​ການ​ທະຫານຢ່າງ​ພຽງພໍ ​ແລະ ສະຕິ​ຂອງ​ປະຊາຊົນ​ເພື່ອ​ຍູ້​ທຸກໆ​ການ​ເຄື່ອນ​ໄຫວ​ຮຸກ​ຮານ​ ໃຫ້​ຖອຍ​ໄປ. ທ່ານ​ປະທານສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສຸງສຸດ​ອີຣານ Saeed Jalili ​ໄດ້​ໄປ​ຢັງຊີ​ຣີ ​​​ເມື່ອວັນ​ທີ 02/02 ​ເພື່ອ​​ແລກປ່ຽນ​ກັບ​ບັນດາ​ການ​ນຳ​ຂອງ​ປະ​ເທດ​ນີ້​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຫວ່າງ​ມໍ່ໆ​ມາ​ນີ້ຂອງ​ອິດສຣາ​ແອນ. ທ່ານ Gialili ​ໄດ້​ເວົ້າ​ຄືນ​ທັດສະນະ​ຂອງ​ອີຣານ ​ແມ່ນ​ພ້ອມ​​ແລ້ວ​ທີ່​ຈະ​ສື​ບຕໍ່ຮ່ວມ​ມື​ກັບ​ຊີຣີ ​ເພື່ອ​ສະກັດ​ກັ້ນ​ບັນດາ​ກົນອຸບາຍ​ຈາກ​ຕ່າງປະ​ເທດ​ທີ່​ທຳລາຍ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ.
ຂ່າວ/ບົດ​ອື່ນ