ຊະອຸດິ ອາຣັບບີ ໃຫ້ຄໍາໝັ້ນສັນຍາ ຮັບປະກັນແຫຼ່ງສະໜອງນໍ້າມັນ ພາຍຫຼັງ ອາເມລິກາ ຢຸດຕິລະບຽບການຍົກເວັ້ນການນໍາເຂົ້ານໍ້າມັນດິບຈາກ ອີຣານ

(VOVWORLD) - ພາຍຫຼັງການຕັດສິນຂອງ ວໍຊິງຕັນ, ລາຄານໍ້າມັນບໍ່ໃນຕະຫຼາດໂລກ ເພີ່ມຂຶ້ນ.
ຊະອຸດິ ອາຣັບບີ ໃຫ້ຄໍາໝັ້ນສັນຍາ ຮັບປະກັນແຫຼ່ງສະໜອງນໍ້າມັນ  ພາຍຫຼັງ ອາເມລິກາ ຢຸດຕິລະບຽບການຍົກເວັ້ນການນໍາເຂົ້ານໍ້າມັນດິບຈາກ ອີຣານ - ảnh 1ໂຮງງານກັ່ນຕອງນໍ້າມັນຢູ່ຫ່າງຈາກນະຄອນຫຼວງຂອງ ຊະອຸດິ ອາຣັບບີ ໄປທາງທິດຕາເວັນຕົກ ປະມານ 160 km (ພາບ: AFP/TTXVN )

ພາຍຫຼັງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຕັດສິນໃຈຢຸດຕິລະບຽບການຍົກເວັ້ນການລົງໂທດສໍາລັບ 8 ປະເທດ ແລະ ເຂດແຄວ້ນຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ໄຕ້ຫວັນ (ຈີນ), ຕວກກີ, ອີຕາລີ ແລະ ອີຢິບ ໄດ້ຮັບອະນຸຍາດໃຫ້ຊື້ນໍາມັນດິບຈາກ ອີຣານ, ວັນທີ 22 ເມສາ, ຊະອຸດິ ອາຣັບບີ ໄດ້ແຈ້ງໃຫ້ຊາບວ່າ ຈະຮ່ວມມືກັບບັນດາປະເທດຜະລິດນໍ້າມັນບໍ່ອື່ນໆອີກ ເພື່ອຮັບປະກັນແຫຼ່ງສະໜອງນໍ້າມັນໃຫ້ພຽງພໍ. ໃນຖະແຫຼງການສະບັບໜຶ່ງ, ທ່ານ Khalid al Falih ລັດຖະມົນຕີກະຊວງພະລັງງານ ຊະອຸດິ ອາຣັບບີ ໃຫ້ຮູ້ວ່າ ປະເທດນີ້ ຈະສົມທົບກັບບັນດາປະເທດຜະລິດນໍ້າມັນບໍ່ອື່ນໆອີກ ເພື່ອຮັບປະກັນແຫຼ່ງສະໜອງນໍ້າມັນຢ່າງພຽງພໍ ເພື່ອບໍ່ເຮັດໃຫ້ຂາດຄວາມດຸ່ນດ່ຽງໃນຕະຫຼາດນໍ້າມັນບໍ່. ທ່ານ ໃຫ້ຮູ້ວ່າ ຊະອຸດິ ອາຣັບບີ ພວມຕິດຕາມກວດກາສະພາບການຜັນແປຂອງຕະຫຼາດນໍ້າມັນບໍ່ຢ່າງເຂັ້ມງວດ ພາຍຫຼັງການຖະແຫຼງຂອງລັດຖະບານ ອາເມລິກາ. ພາຍຫຼັງການຕັດສິນຂອງ ວໍຊິງຕັນ, ລາຄານໍ້າມັນບໍ່ໃນຕະຫຼາດໂລກ ເພີ່ມຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ